ປີ 2026 ໂລກຍັງສາມາດຝາກຄວາມຫວັງໄວ້ທີ່ຈີນຢ່າງໝັ້ນຄົງຕໍ່ໄປ

ທົ່ວໂລກໄດ້ກ້າວເຂົ້າສູ່ປີໃໝ່ສາກົນ 2026 ເຊິ່ງເປັນປີໜຶ່ງທີ່ຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ໜ້ອຍຕໍ່ການພັດທະນາເສດຖະກິດໂລກ ແລະ ຄາດວ່າຍັງຈະສືບຕໍ່ມີຫຼາຍເຫດການເກີດຂຶ້ນ ເຊິ່ງຈະຊໍ້າຕື່ມຄວາມຫຍຸ້ງຍາກທີ່ໂລກພວມປະສົບຢູ່ໃຫ້ນັບມື້ຍິ່ງຫຍຸ້ງຍາກກວ່າເກົ່າ. ທ່າມກາງຄວາມຫຍຸ້ງຍາກນີ້ເຮັດໃຫ້ສາຍຕາປະຊາຄົມໂລກຫັນມາທີ່ຈີນ ແລະ ຄາດຫວັງຈາກຈີນຫຼາຍຂຶ້ນ ເພາະຈີນຖືເປັນເສົາຫຼັກຂອງສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ, ທັງມີການແບ່ງປັນບົດຮຽນໃນກນພັດທະນາ ແລະ ນັບມື້ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ.
ເມື່ອເບິ່ງກັບຄືນໄປປີ 2025 ທີ່ໂລກຍັງຄົງເຕັມໄປດ້ວຍຄວາມປັ່ນປ່ວນວຸ່ນວາຍ ແລະ ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນຮອບ 100 ປີຜ່ານມາ, ການເລືອກລະ ຫວ່າງການເປີດກວ້າງ ແລະ ການປິດກັ້ນ ໄດ້ກາຍເປັນສິ່ງຈໍາເປັນຫຼາຍຂຶ້ນ, ແລະ ຄໍາຖາມທີ່ເລິກເຊິ່ງກ່ຽວກັບສັນຕິພາບທຽບກັບສົງຄາມໄດ້ກະຕຸ້ນຄວາມຮູ້ສຶກອັນເລິກເຊິ່ງໃນຈິດໃຈຂອງຄົນ. ແຕ່ທ່າມກາງການປ່ຽນແປງຢ່າງວ່ອງໄວດັ່ງພາຍຸ, ຈີນໄດ້ສະແດງໃຫ້ເຫັນເຖິງຄວາມມີສະຕິປັນຍາທີ່ຍິ່ງໃຫຍ່, ໄດ້ສົ່ງເຈ້ຍຄໍາຕອບທີ່ໄດ້ຄະແນນສູງ ແລະ ສົມຄວນກັບການໄດ້ຮັບ.
ປີ 2025, ຈີນ ໄດ້ຕອບສະຫນອງຕໍ່ “ຄຳຖາມຂອງໂລກ” ດ້ວຍ “ສະຕິປັນຍາຈີນ” ແລະ ກາຍເປັນ “ເສົາຫຼັກແຫ່ງຄວາມໝັ້ນຄົງ”. ເມື່ອຜະເຊີນກັບຂໍ້ບົກພ່ອງໃນການບໍລິຫານໂລກ, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມການບໍລິຫານໂລກ, ຄວບຄູ່ໄປກັບ 3 ຂໍ້ລິເລີ່ມທີ່ໄດ້ສະເໜີໄປກ່ອນໜ້ານັ້ນ ຄື: ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ເພື່ອເປັນແນວທາງໃນການປະຕິບັດສໍາລັບການສ້າງປະຊາຄົມທີ່ອະນາຄົດຮ່ວມກັນຂອງມວນມະນຸດ ເຮັດໃຫ້ເສດຖະກິດຈີນປີ 2025 ເຊິ່ງເປັນປີມ້ວນທ້າຍຂອງແຜນພັດທະນາ 5 ປີ ຄັ້ງທີ 14 ຂອງຈີນ ຄາດວ່າຈະເຕີບໂຕບໍ່ຫຼຸດ 5% ແລະ ເຕີບໂຕດ້ວຍຄຸນນະພາບສູງ.

ຜົນສໍາຫຼວດກ່ຽວກັບຄວາມປະທັບໃຈ ແລະ ຄວາມເຂົ້າໃຈຕໍ່ປະເທດຈີນຂອງໂລກ ປີ 2025 ທີ່ເຜີຍແຜ່ໂດຍໜັງສືພິມ Global Times ຂອງຈີນເມື່ອບໍ່ດົນມານີ້ ເປັນສິ່ງຢືນຢັນເຖິງຄວາມຮັບຜິດຊອບອັນຍິ່ງໃຫຍ່ຂອງຈີນໃນຖານະປະເທດໃຫຍ່. ແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໄດ້ຮັບການຍອມຮັບສາກົນເປັນຢ່າງສູງ, ແລະ ແນວຄິດການສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນຂອງມວນມະນຸດໄດ້ຮັບການສະໜັບສະໜູນຈາກຜູ້ຕອບແບບສອບຖາມທົ່ວໂລກ.
ໃນສາຍຕາປະຊາຄົມໂລກ, ຈີນຖືກພິຈາລະນາວ່າເປັນພະລັງແຫ່ງສະຖຽນລະພາບນັບມື້ຫຼາຍຂຶ້ນ ໂດຍເຮັດໜ້າທີ່ເປັນເສົາຫຼັກແຫ່ງຄວາມໝັ້ນຄົງທ່າມກາງຄວາມປັ່ນປ່ວນວຸ່ນວາຍທົ່ວໂລກ, ເປັນກະດູກສັນຫຼັງໃນສະພາບແວດລ້ອມໃໝ່ຂອງພາກພື້ນ, ເປັນແກນຫຼັກທີ່ໝັ້ນຄົງໃນລະບຽບສາກົນທີ່ປ່ຽນແປງເປັນກົນໄກສໍາຄັນໃນການແກ້ໄຂຄວາມທ້າທາຍດ້ານການພັດທະນາທົ່ວໂລກ. ວັນທີ 3 ກັນຍາ ປີ 2025 ທີ່ນະຄອນຫຼວງປັກກິ່ງຂອງຈີນ, ທົ່ວໂລກໄດ້ເຫັນຂະບວນສວນສະໜາມທາງການທະຫານທີ່ຍິ່ງໃຫຍ່ຕະການຕາຢູ່ ເພື່ອສະເຫຼີມສະຫຼອງໄຊຊະນະໃນການຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ. ຜູ້ນໍາຕ່າງປະເທດ ແລະ ຫົວໜ້າອົງການຈັດຕັ້ງສາກົນຫຼາຍສິບທ່ານໄດ້ເຂົ້າຮ່ວມງານສໍາຄັນດັ່ງກ່າວ, ບໍ່ພຽງແຕ່ເພື່ອໃຫ້ຄວາມເຄົາລົບຕໍ່ການສະຫຼະເລືອດເນື້ອ ແລະ ຊີວິດ, ລວມທັງຄວາມຮຸ່ງເຮືອງຂອງບັນພະບຸລຸດຂອງຈີນເທົ່ານັ້ນ, ຍັງໄດ້ສົ່ງສັນຍານອັນເຂັ້ມແຂງຂອງຄວາມມຸ່ງຫມັ້ນທີ່ແນ່ນອນຕໍ່ການພັດທະນາຢ່າງສັນຕິ ແລະ ການສົ່ງເສີມຄວາມໝັ້ນຄົງທົ່ວໂລກຮ່ວມກັນ.
ຈິດວິນຍານແຫ່ງຄວາມກ້າຫານແຜ່ເຕັມທ້ອງຟ້າ ແລະ ຍັງສ້າງຄວາມປະທັບໃຈໄປຈົນຊົ່ວຟ້າດິນສະຫຼາຍ. ດ້ວຍການກະທໍາເປັນຮູບປະທໍາຕົວຈິງ, ຈີນໄດ້ສະແດງໃຫ້ໂລກໄດ້ເຫັນຢ່າງຊັດເຈນວ່າ ປະຫວັດສາດຕ້ອງບໍ່ຫວນກັບຄືນໄປຂ້າງຫຼັງ ແລະ ຄວາມຍຸຕິທໍາຕ້ອງບໍ່ຖືກທ້າທາຍ. ສິ່ງທີ່ມະນຸດເຮົາປົກປ້ອງບໍ່ແມ່ນພຽງແຕ່ຜົນແຫ່ງໄຊຊະນະຂອງສົງຄາມໂລກຄັ້ງທີສອງ ແລະ ລະບຽບສາກົນຫຼັງສົງຄາມເທົ່ານັ້ນ, ຍັງລວມເຖິງຫຼັກການພື້ນຖານຂອງອະລິຍະທໍາມະນຸດຕື່ມອີກ.

ແບບຈໍາລອງພາສາຂະຫນາດໃຫຍ່ທີ່ພັດທະນາໃນຈີນ, ໂດຍມີ DeepSeek ເປັນຕົວແທນໄດ້ປາກົດຕົວຂຶ້ນຢ່າງໂດດເດັ່ນ, ບໍ່ພຽງແຕ່ທໍາລາຍແນວຄວາມຄິດດັ້ງເດີມທີ່ວ່າອາເມຣິກາເປັນຜູ້ນໍາດ້ານປັນຍາປະດິດ (AI), ຍັງໄດ້ຮັບການຍ້ອງຍໍຈາກທ້ອງໂລກວ່າເປັນ “ຂອງຂວັນອັນລໍ້າຄ່າແກ່ໂລກ” ດ້ວຍແບບຈໍາລອງແຫຼ່ງແບບເປີດ. ຈາກການເປັນຜູ້ໄລ່ຕາມ ຈົນກາຍເປັນຜູ້ນໍາໜ້າດ້ານ AI, ຈີນກໍາລັງເຊີນຊວນໃຫ້ທົ່ວໂລກເຂົ້າຮ່ວມໃນ “ຊຸມຊົນແຫ່ງ AI”. ອີກສິ່ງໜຶ່ງທີ່ສ້າງຄວາມດີໃຈເປັນພິເສດແມ່ນພະລັງແຫ່ງຄວາມຄິດສ້າງສັນຈາກລະ ດັບຮາກຫຍ້າ ຄໍາວ່າ: “ທ່ອງທ່ຽວຈີນ” ໄດ້ກາຍເປັນກະແສທີ່ໄດ້ຮັບຄວາມນິຍົມໄປທົ່ວໂລກໃນປີ 2025 ແລະ ຄໍາວ່າ: “ໄປທ່ຽວຈີນຫຼັງເລີກວຽກໃນວັນສຸກ” ກາຍເປັນຄໍາເວົ້າຕິດປາກ ໃໝ່ ແລະ ນັກທ່ອງທ່ຽວຕ່າງຊາດທີ່ນຸ່ງຊຸດລາດຊະສໍານັກສະໄໝລາດຊະວົງຊິງ ໄດ້ກາຍ ເປັນພາບທີ່ພົບເຫັນທົ່ວໄປໃນພະລາຊະວັງຕ້ອງຫ້າມ. ຂະນະທີ່ສື່ມວນຊົນຕ່າງປະເທດຫຼາຍສໍານັກ ຕ່າງຕັ້ງຂໍ້ສັງເກດວ່າ ນັກທ່ອງທ່ຽວທີ່ເດີນທາງມາທ່ຽວຈີນໄດ້ຊ່ວຍທໍາລາຍຄວາມເຊື່ອທີ່ບໍ່ຖືກຕ້ອງກ່ຽວກັບປະເທດຈີນ. ເມື່ອ ຄົນ, ສິນຄ້າ, ຂໍ້ມູນ ແລະ ວັດທະນະທໍາສາມາດໄຫຼວຽນຂ້າມພູ ແລະ ທະເລ ໄດ້ຢ່າງເສລີ, ຈີນທີ່ແທ້ຈິງ, ມີຊີວິດຊີວາ ແລະ ຫຼາກຫຼາຍມິຕິກໍາລັງປາກົດໃຫ້ເຫັນຢ່າງຈະແຈ້ງຕໍ່ໂລກ.
ຈີນໄດ້ຮັບການກ່າວຂານຢ່າງກວ້າງຂວາງຈາກພາຍນອກວ່າເປັນ “ປະເທດທີ່ມີວິໄສທັດກວ້າງໄກ” ໂດຍຜ່ານການວາງແຜນຢ່າງເປັນລະບົບ, ກໍານົດທິດທາງການພັດທະນາ ແລະ ລະດົມກໍາລັງອັນແຂງແກ່ນຈາກທົ່ວປະເທດເພື່ອບັນລຸເປົ້າໝາຍຮ່ວມກັນ. ຜົນການສໍາຫຼວດດັ່ງກ່າວ ຍັງພົບວ່າ: ຫຼາຍກວ່າສາມສ່ວນສີ່ຂອງຜູ້ຕອບແບບສໍາຫຼວດທີ່ເປັນຊາວຕ່າງປະເທດ ມີຄວາມເຂົ້າໃຈ, ມີການປະເມີນທີ່ເປັນກາງ ແລະ ໃນທາງບວກກ່ຽວກັບການວາງແຜນ ແລະ ການດໍາເນີນຕາມແຜນພັດທະນາ 5 ປີຂອງຈີນ ໂດຍເຫັນວ່າ ນີ້ເປັນໜຶ່ງໃນສູດລັບສູ່ຄວາມສໍາເລັດຂອງຈີນຕັ້ງແຕ່ການພິຈາລະນາແຜນຍຸດທະສາດລະດັບມະຫາພາກຂອງປະເທດຈົນເຖິງຄວາມພາກພຽນ ແລະ ຄວາມມຸ່ງໝັ້ນຂອງປະຊາຊົນທົ່ວໄປ ເຮັດໃຫ້ເສດຖະກິດຈີນມີຄວາມໝັ້ນໜຽວ ແລະ ຄວາມຫມັ້ນໃຈທີ່ເຂັ້ມແຂງໃນການກ້າວຜ່ານຄວາມຫຍຸ້ງຍາກຕ່າງໆ.

ທຸກມື້ນີ້ສິ່ງທີ່ໂລກບໍ່ຄາດຫວັງແມ່ນ “ເກມຜົນຜົນລວມເປັນສູນ” ທີ່ຖືກຄອບງໍາໂດຍຜູ້ທີ່ເຂັ້ມແຂງ, ແຕ່ເປັນ “ເລື່ອງຂອງການຮ່ວມມື” ທີ່ມີລັກສະນະສະເພາະໂດຍມີຜົນປະໂຫຍດເຊື່ອມໂຍງກັນ, ຕົ້ນທຶນຮ່ວມກັນ ແລະ ຜົນປະໂຫຍດຮ່ວມກັນ. ຜູ້ຕອບແບບສອບຖາມດັ່ງກ່າວ 90% ໄດ້ສະແດງຄວາມໝັ້ນໃຈໃນການເຕີບໂຕທາງເສດຖະກິດຢ່າງຕໍ່ເນື່ອງຂອງຈີນໃນໄລຍະ 10 ປີຕໍ່ໜ້າ. ຂະນະທີ່ຂໍ້ສະເໜີຕ່າງໆ ຂອງສູນກາງພັກກອມມູນິດຈີນທີ່ມີຕໍ່ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ເຮັດໃຫ້ໝັ້ນໃຈວ່າ: ປີ 2026 ໂລກຍັງສາມາດສືບຕໍ່ຕັ້ງຄວາມຫວັງໃຫ້ຈີນສ້າງຄວາມໝັ້ນໃຈໃໝ່ເຂົ້າໃນເສດຖະກິດໂລກໄດ້ຕໍ່ໄປ.
ທົ່ວໂລກທີ່ປາດຖະໜາສັນຕິພາບ ແລະ ການພັດທະນາຢ່າງຈິງໃຈ ສາມາດຮ່ວມກັບຈີນ ແລະ ສາມາດຝາກຄວາມຫວັງໄວ້ທີ່ຈີນທີ່ເປັນເສົາຫຼັກຂອງສະຖຽນລະພາບ, ຄວາມໝັ້ນຄົງ ແລະ ກໍາລັງຂັບເຄື່ອນຫຼັກຂອງການເຕີບໂຕຂອງເສດຖະກິດໂລກຢ່າງໝັ້ນຄົງຕໍ່ໄປໂດຍການນໍາເອົາຄວາມຈະເລີນຮຸ່ງເຮືອງ ແລະ ແຮງບັນດານໃຈຈາກປີ 2025,ລວມທັງ ການເຄົາລົບນັບຖືຕໍ່ປະຫວັດສາດ ແລະ ຄວາມຮູ້ສຶກຮັບຜິດຊອບຕໍ່ອະນາຄົດເພື່ອຮ່ວມກັນກ້າວສູ່ຜົນສໍາເລັດທີ່ຍິ່ງໃຫຍ່ໃນປີ 2026 ກໍຄື ໃນອະນາຄົດ.


