ກອງປະຊຸມ “ປຶກສາຫາລືໃຫ້ແກ່ການກະກຽມທາງດ້ານເອກະສານ ແລະ ເນື້ອໃນ ເພື່ອເຜີຍແຜ່ ແລະເສີມຂະຫຍາຍຄຸນຄ່າຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ໃນໂອກາດສະເໜີເຂົ້າເປັນມໍຣະດົົກໂລກທາງທໍາມະຊາດແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍຣະດົກໂລກ ຂອງສ.ສ ຫວຽດນາມ ຈັດຂື້ນໃນລະ ຫວ່າງວັນທີ 11-12 ມີນາ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພະຂັນ ໄຊ ສີຄັນໄຊ, ຫົວໜ້າກົມມໍລະດົກ ກະຊວງ ຖວທ, ທ່ານ ບຸນຈັນ ໄຊປັນຍາ, ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກຈາກກົມປ່າໄມ້, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນແຂວງຄຳມ່ວນ, ກອງຄຸ້ມຄອງອຸທິຍານແຫ່ງຊາດຫີນໜາມໜໍ່, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ທ່ານ ພະຂັນ ໄຊ ສີຄັນໄຊ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ແມ່ນເປັນຜົນສືບເນື່ອງຂອງຜົນສໍາເລັດ ທີ່ສູນມໍຣະດົກໂລກຂອງອົງການອຸຍແນັສໂກ ໄດ້ຮັບຮອງເອົາຄວາມຄົບຖ້ວນທາງດ້ານອົງປະກອບຂອງເອກະສານຄຳຮ້ອງ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍຣະດົກໂລກຂອງ ສສ. ຫວຽດນາມ ໂດຍໄດ້ມີໜັງສືແຈ້ງຢ່າງເປັນທາງການຈາກສູນມໍຣະດົກໂລກ ຂອງອົງການອຸຍແນັສໂກ ເຖິງ ສປປ ລາວ ສະບັບລົງວັນທີ 01 ມີນາ 2024, ໂດຍມີເນື້ອໃນວ່າ ເອກະສານຄຳຮ້ອງຂອງ ສປປ ລາວ ແມ່ນຄົບຖ້ວນຕາມບັນຊີເອກະສານ ທີ່ຈະຕ້ອງນຳສົ່ງເຖິງສູນມໍຣະດົກໂລກ ແລະ ປັດຈຸບັນເອກະສານຄຳຮ້ອງແມ່ນ ໄດ້ຖືກນຳສົ່ງເຖິງອົງການ IUCN ທີ່ເປັນອົງການທີ່ປຶກສາຂອງຄະນະກຳມະການມໍຣະດົກໂລກ ແລະ ຜ່ານການກວດກາຂອງຄະນະທີ່ປຶກສາດັ່ງກ່າວແລ້ວ ຖ້າຫາກເຫັນວ່າເອກະສານຕ່າງໆຂອງ ສປປ ລາວ ນັ້ນ ຫາກມີເນື້ອໃນໃດ ທີ່ບໍ່ທັນຈະແຈ້ງ ທາງທີ່ປຶກສາສາມາດປະສານຫາຄະນະຮັບຜິດຊອບ ເນື້ອໃນເອກະສານໄດ້ໂດຍກົງ, ພ້ອມນັ້ນ, ກໍ່ແຈ້ງໃຫ້ ສປປ ລາວ ຊາບກ່ຽວກັບສູນມໍຣະດົກໂລກ ຈະສົ່ງຄະນະຊ່ຽວຊານຂອງອົງການ IUCN ເດີນທາງມາຍັງ ສປປ ລາວ ເພື່ອມາກວດກາແຫຼ່ງມໍຣະດົກຕົວຈິງ ທຽບໃສ່ເອກະສານຄຳຮ້ອງ ວ່າສິ່ງທີ່ພວກເຮົາຂຽນໃນເອກະສານຄຳຮ້ອງແມ່ນຖືກຕ້ອງຕາມສະພາບຄວາມເປັນຈິງແທ້ຫຼືບໍ່. ໂດຍຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືຮ່ວມກັນກ່ຽວກັບການກຳນົດເນື້ອໃນ ທີ່ຈະເຜີຍແຜ່ອອກສູ່ສັງຄົມທັງສູນກາງ, ທ້ອງຖິ່ນ ແລະຮາກຖານ ໂດຍສະເພາະພະແນກການ ແລະຂະແໜງການພາຍໃນແຂວງຄຳມ່ວນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄຸນຄ່າການເປັນມໍຣະດົກໂລກຮ່ວມຊາຍແດນຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ເປັນກິດຈະກໍາໜຶ່ງ ເພື່ອກະກຽມໃຫ້ແກ່ການເດີນທາງມາເຮັດວຽກຢູ່ ສປປ ລາວ ຂອງຄະນະຊ່ຽວຊານຈາກສູນມໍຣະດົກໂລກ ດັ່ງທີ່ໄດ້ກ່າວມາທາງນັ້ນ ແລະ ໃນໂອກາດດ່ຽວກັນນີ້ ກົມມໍຣະດົກກໍ່ຍັງຈະໄດ້ສືບຕໍ່ປຶກສາຫາລືຮ່ວມກັບໂຄງການປົກປັກຮັກສາ ແລະນໍາໃຊ້ລະບົບນິເວດປ່າໄມ້ ແລະຊີວະນາໆພັນແບບຍືນຍົງ ຫລື ProFEB ຂອງອົງການ ພັດທະນາເຢຍລະມັນປະຈຳລາວ ຫລື GIZ ທີ່ເປັນຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານຂອງກົມມໍຣະດົກ ໃນການສ້າງແຜນຮ່ວມມືນຳກັນໃນຂົງເຂດວຽກງານດັ່ງກ່າວນີ້ໃນຕໍ່ໜ້າອີກດ້ວຍ.




