ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືການສົ່ງເສີມຍົກລະດັບຄຸນນະພາບການບໍລິການລົດໄຟລາວ-ຈີນ ເພື່ອຊຸກຍູ້ປີແຫ່ງການທ່ອງທ່ຽວລາວ 2024

Mar 18, 2024

ໃນມໍ່ໆນີ້, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ຈັດກອງປະຊຸມສໍາປຶກສາຫາລືການສົ່ງເສີມຍົກລະດັບຄຸນນະພາບການບໍລິການການທ່ອງທ່ຽວ ໂດຍມີບັນດາຫົວໜ້າກົມຈາກບັນດາກະຊວງທີ່ກ່ຽວຂ້ອງ, ບຸກຄົນຈາກສະມາຄົມຄຸ້ມຄອງການທ່ອງ ທ່ຽວລາວ, ບໍລິສັດທ່ອງທ່ຽວ, ພະແນກການທີ່ກ່ຽວຂ້ອງຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈຳນວນ 50 ກວ່າຄົນເຂົ້າຮ່ວມ.
ຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມໄດ້ສະແດງການຍ້ອງຍໍຕໍ່ທາງລົດໄຟລາວ-ຈີນ ທີ່ໄດ້ປະກອບສ່ວນຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວຂອງລາວນັບແຕ່ໄດ້ເປີດນຳໃຊ້ມາໄດ້ເປັນໄລຍະເວລາ 2 ປີ, ທາງລົດໄຟລາວ-ຈີນ ໄດ້ຊ່ວຍດຶງດູດນັກທ່ອງ ທ່ຽວ ເພີ່ມລາຍຮັບຈາກການທ່ອງທ່ຽວໄດ້ເປັນຢ່າງດີ, ນອກນີ້ ຍັງໄດ້ຕື່ນຕົວປະກອບສ່ວນຊຸກຍູ້ເຂົ້າໃນການທ່ອງທ່ຽວລາວ, ເຫັນໄດ້ຈາກການນຳໃຊ້ມາດຕະການທີ່ມີປະສິດທິຜົນໂດຍໄດ້ຈັດຊື້ລົດໄຟ EMU ຂະບວນໃໝ່, ເພີ່ມຖ້ຽວລົດໄຟ ແລະ ຈຸດຈອດພາຍໃນປະເທດຈຳນວນຫຼາຍ, ອຳນວຍຄວາມສະດວກໃນການຜ່ານດ່ານໃຫ້ແກ່ກລຸບທົວ, ປັບປຸງຄຸນນະພາບການບໍລິການສະຖານີ ແລະ ລົດໄຟ ແລະ ອື່ນໆ, ເພື່ອແນໃສ່ສົ່ງເສີມການບໍລິ ການໃນຊ່ວງປີໃຫມ່ລາວທີ່ຈະມາເຖິງ ກໍໄດ້ເຕົ້າໂຮມບັນດາຂະແໜງ ການທີ່ກ່ຽວຂ້ອງຈັດກອງປະຊຸມປຶກສາຫາລືຊຸກຍູ້ການທ່ອງ ທ່ຽວໃນຄັ້ງນີ້ຂຶ້ນ ຂໍສະແດງການຍ້ອງຍໍຊົມເຊີຍມານະທີ່ນີ້ ອິກຄັ້ງໜຶ່ງ.
ໃນກອງປະຊຸມ, ຜູ້ແທນຈາກພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານໄດ້ປະກອບຄຳເຫັນໂດຍຫຍໍ້ກ່ຽວກັບບັນຫາຕ່າງໆເຊັ່ນ: ການປ້ອງກັນຜົນກະທົບຈາກການຈູດຂີ້ເຫຍື້ອ ແລະ ຖາງປ່າຈູດໄຮ່ຕາມເສັ້ນທາງລົດໄຟ ປ້ອງກັນຄວາມປອດໄພໃນໃນການແລ່ນລົດ, ປ້ອງກັນການຫຼຸດລົງຂອງຈຳນວນນັກທ່ອງທ່ຽວເນື່ອງຈາກຜົນກະທົບຈາກມົນລະພິດທາງອາກາດ, ນະໂຍບາຍໃໝ່ຂອງກະຊວງການຕ່າງປະເທດ ກ່ຽວກັບວີຊ່ານັກທ່ອງທ່ຽວ ແລະ ອື່ນໆ. ນອກນີ້ ຍັງມີການປຶກສາຫາລື ແລະ ແລກປ່ຽນກັບສະມາ ຄົມຄຸ້ມຄອງການທ່ອງທ່ຽວ, ບັນດາບໍລິສັດທ່ອງທ່ຽວ ເຖິງການເພີ່ມປະສິດທິພາບການຊື້ປີ້ກລຸບທົວ ແລະ ການຍົກສູງການບໍລິການທາງລົດໄຟໃຫ້ດິຂຶ້ນຕື່ມ.
ທ່ານ ຫລິວ ຫົງ ຜູ້ອຳນວຍການໃຫຍ່ຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ກ່າວຕໍ່ຫ້ອງປະຊຸມວ່າ: ໃນຖານະທີ່ເປັນບໍລິສັດທ້ອງຖິ່ນຂອງລາວ, ມັນເປັນຄວາມຮັບຜິດຊອບຂອງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃນການນໍາໃຊ້ທາງລົດ ໄຟລາວ-ຈີນ ເຂົ້າໃນການຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ. ກ່ຽວກັບບັນຫາ ແລະ ການຊີ້ນຳທີ່ບັນດາຜູ້ແທນກອງປະຊຸມໄດ້ຍົກຂຶ້ນມາ, ພວກຂ້າພະເຈົ້າຈະຍຶດໝັ້ນໃນການຈັດຕັ້ງປະຕິບັດໃຫ້ດີທີ່ສຸດ, ປັບປຸງຄຸນນະພາບການຂົນສົ່ງ, ນຳໃຊ້ມາດຕະການການບໍລິການທີ່ມີປະສິດທິຜົນ, ເພື່ອປະກອບສ່ວນເຂົ້າໃນຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວໃຫ້ດີທີ່ສຸດ.