ແຂວງໄຊສົມບູນ ຈັດກອງປະຊຸມ ປຶກສາຫາລືກະກຽມຄວາມພ້ອມພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊສົມບູນ ຕິດພັນກັບການສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ພຸດທະພິເສກຮູບປັ້ນຫຼໍ່່ເຈົ້າອະນຸວົງ ປີທີ 3 ຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃນວັນຕອນເຊົ້າວັນທີ່ 25 ພະຈິກ 2024 ນີ້ໂດຍການເປັນປະທານຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ.
ໃນກອງປະຊຸມໄດ້ຮັບຟັງການລາຍງານບັນດາໜ້າວຽກ ຈາກແຕ່ລະອະນຸກຳມະການ ເພື່ອພ້ອມຄົ້ນຄວ້າປຶກສາຫາລືໃນຫຼາຍບັນຫາ ເປັນຕົ້ນແມ່ນ ອະນຸກຳມະການກອງເລຂາ, ອານຸກຳມະການສະຖານທີ່, ໂຄສະນາປະຊາສຳພັນ, ການສະແດງສິນລະປະ, ພິທີທາງສາສະໜາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເທດສະ ການອາຫານ ແລະ ຕະຫລາດນັດ, ພິທີການ ແລະ ຮັບແຂກ, ອາ ນຸກຳມະການເສດຖະກິດ-ການເງິນ, ແລະ ອື່ນໆ.
ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຕົກລົງເຫັນດີເປັນເອກະ ພາບ ໃນການກະກຽມພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊສົມບູນ ຕິດພັນກັບການສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ພຸດທະພິເສກຮູບປັ້ນຫຼໍ່ເຈົ້າອະນຸວົງ ປີທີ 3 ດັ່ງນີ້:
1. ວັນທີ 28-30 ຊົມການສະແດງສິລະປະ ຈາກກອງສິລະປະກອງທັບ, ກອງສິລະປະແຫ່ງຊາດ, ສູນ ສ.ວ.ດ ແຂວງວຽງຈັນ, ສູນ ສ.ວ.ດ ແຂວງໄຊສົມບູນ ແລະ ກາຍຍະສິນ ທີ່ເດີ່ນກິລາແຂວງ ເລີ່ມແຕ່ເວລາ 19:00 ເປັນຕົ້ນໄປ;
2. ວັນທີ 29 ພະຈິກ ຫາວັນທີ 2 ທັນວາ ຊົມງານສະແດງພະລິດຕະພັນສິນຄ້າ, ກະສິກຳ ແລະ ເທດສະການງານອາຫານ ທີ່ເດີ່ນຫ້ອງວ່າການເມືອງອະນຸວົງ;
3. ວັນທີ 30 ພະຈິກພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວທີ່ສະໂມສອນເມືອງອະນຸວົງ ເລີ່ມແຕ່ເວລາ 15:00 ເປັນຕົ້ນໄປ;
4. ວັນທີ 1 ທັນວາ ຕັ້ງກອງບຸນ ແລະ ຄົບງັນຫາເຈົ້າອານຸວົງຕາມຮີດຄອງປະເພນີ ເປັນປີທີ 3 ທີ່ສວນທາລະນະຖໍ້າເຈົ້າອານຸວົງ;
5. ວັນທີ 2 ທັນວາ ຕອນເຊົ້າ ໃສ່ບາດຖວຍສັງຄະທານແດ່ພະສົງ 31 ອົງ ຕອນແລງ ພິທີທາງສາດສະໜາສູດປະຣິຕະມຸງຄຸນທີ່ຫໍຫຼັກເມືອງ ປີທີ 3;
6. ວັນທີ 3 ທັນວາຕອນເຊົ້າໃສ່ບາດຖວຍສັງຄະທານພະ 31 ອົງ ຢູ່ຫໍຫຼັກເມືອງ.
ໂອກາດນີ້ ປະທານໄດ້ເນັ້ນໜັກໃຫ້ແຕ່ລະອະນຸກຳມະການ ນຳເອົາເນື້ອໃນກອງປະຊຸມໄປຈັດຕັ້ງປະຕິບັດຕາມພາລະບົດບາດຂອງແຕ່ລະໜ້າວຽກ ເພື່ອປາສະຈາກສິ່ງທີ່ຂາດຕົກບົກຜ່ອງ ແລະ ເຮັດໃຫ້ວຽກງານດັ່ງກ່າວມີຄວາມລາບລື່ນ, ມີຄວາມເປັນເອກະພາບໄປລວງດຽວກັນ ເພື່ອເຮັດໃຫ້ວຽກງານຂອງແຕ່ລະອານຸກຳມາການ ສຳເລັດຕາມຄາດໝາຍທີ່ວາງໄວ ນອກນີ້ ທ່ານຮຽກຮ້ອງມາຍັງບັນດາແຕ່ລະອານຸກຳມະການ ຈົ່ງພ້ອມກັນເອົາ ໃຈໃສ່ຕິດຕາມບັນດາການນຳແຕ່ລະແຂວງ ເພື່ອກະກຽມການຕ້ອນຮັບໃຫ້ຖ່ວງທັນຕາມການເວລາອີກດ້ວຍ.
ພາບ-ຂ່າວ: ບັງອອນ ເພັດມະນີ





