ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ

Feb 13, 2025

ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ຮ່ວມມືກັບສະຖາບັນພັດທະນາສີມືແຮງ ງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ ສຳເລັດກອງປະຊຸມປຶກສາຫາລື ເພື່ອໃຫ້ຄຳໝັ້ນສັນຍາ ແລະ ເພີ່ມທະວີຄວາມພະຍາຍາມເພື່ອຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ໃນວັນທີ 12 ກຸມພາ 2025 ທີ່ນະຄອນຫລວງວຽງ ຈັນ.
ຂໍ້​ລິ​ເລີ່ມນີ້​ໄດ້​ສຸມ​ໃສ່​ການ​ເພີ່ມ​ທະວີ​ທາງດ້ານ​ການເຄື່ອນຍ້າຍ, ການ​ຮັບ​ຮູ້, ​ແລະ ການພັດທະນາທັກສະສີມື​ແຮງ​ງານໃຫ້ແກ່ແຮງ ງານ​ເຄື່ອນ​ຍ້າຍ, ເພື່ອຊຸກຍູ້​ການ​ເຄື່ອນ​ຍ້າຍ​ທີ່​ປອດ​ໄພ, ​ເປັນ​ລະ ບຽບ​ຮຽບຮ້ອຍ, ​ແລະ ເປັນ​ປົກກະຕິ.
ຜົນໄດ້ຮັບຫຼັງຈາກກອງປະຊຸມຄັ້ງນີ້ປະກອບມີ: ການພັດທະ ນາແຜນດຳເນີນງານຮອບດ້ານ, ການສ້າງຕັ້ງກົນໄກການປະສານງານ ແລະ ການຕິດຕາມກວດກາ, ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງຈາກພາກລັດ, ພາກເອກະຊົນ, ອົງການຈັດ ຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ ແລະ ການເພີ່ມທະວີການລາຍງານໃຫ້ມີປະສິດທິພາບ.
ກອງປະຊຸມປຶກສາຫາລືຄັ້ງນີ້ ເປັນຂີດໝາຍອັນສຳຄັນໃນການຮັບປະກັນໃຫ້ແຮງງານເຄື່ອນຍ້າຍໃນ ສປປ ລາວ ເຂົ້າເຖິງການພັດທະນາສີມືແຮງງານ ແລະ ການຮັບຮູ້ໄດ້ດີຂຶ້ນ, ເພື່ອປະ ກອບສ່ວນເຂົ້າໃນການພັດທະນາທາງດ້ານເສດຖະກິດ ແລະ ການ ເຊື່ອມໂຍງໃນພາກພື້ນ.
Cr: IOM LaoPDR