ວັນທີ 4 ຕຸລາ 2024 ທີ່ສູນກາງສະຫະພັນກຳມະບານລາວ ໄດ້ຈັດກອງປະຊຸມກ່ຽວກັບການເກັບກຳຂໍ້ມູນສໍາຫຼວດຄ່າຄອງຊີບຂອງພະນັກງານ-ລັດຖະກອນ ໂດຍການເປັນປະທານຂອງ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນ ກາງສະຫະພັນກຳມະບານລາວ.
ກອງປະຊຸມໄດ້ຮັບຟັງການນຳສະເໜີກ່ຽວພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະ ຫະພັນກໍາມະບານລາວ ແລະ ການລົງສຳຫຼວດຄ່າຄອງຊີບຂອງພະນັກງານ-ລັດຖະກອນ ພ້ອມສົນທະນາແລກປ່ຽນຂໍ້ມູນຕົວຈິງໃນການປະກອບແບບຟອມຂອງແຕ່ ລະຫົວຂໍ້ຂອງແບບຟອມ ເຊິ່ງແບບຟອມດັ່ງກ່າວ ປະກອບມີ 7 ຫົວຂໍ້ໃຫຍ່. ຈາກນັ້ນຍັງໄດ້ແນະນຳການສຳຫຼວດເກັບກຳຂໍ້ມູນຕົວຈິງ, ການສັງລວມລາຍງານຕົວເລກຄ່າຄອງຊີບຂອງພະນັກງານ-ລັດຖະກອນ ພ້ອມທັງແບ່ງກຸ່ມເພື່ອທົດລອງປະຕິບັດສຳ ຫຼວດເກັບກຳພ້ອມທັງຂຶ້ນນຳສະເໜີທົດລອງຕົວຈິງທັງໝົດເພື່ອເຮັດສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມກ່ຽວກັບການນຳໃຊ້ແບບຟອມເພື່ອລົງເກັບກຳຂໍ້ມູນຄ່າຄອງຊີບຂອງພະນັກງານ-ລັດຖະກອນ ຢູ່ ສປປ ລາວ ແລະ ເພື່ອເປັນຂໍ້ມູນສະເໜີຕໍ່ລັດຖະບານໃນການພິຈາລະນາເພີ່ ມຄ່າຄອງຊີບ ແລະ ສະຫວັດດີການໃຫ້ພະນັກ ງານ-ລັດຖະກອນໃຫ້ມີລາຍຮັບໃຫ້ແທດເໝາະກັບຄ່າໃຊ້ຈ່າຍໃນສະພາບເສດຖະກິດໃນປັດຈຸບັນ.
ທີ່ມາ: ຂ່າວກໍາມະບານ





