ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ເຊິ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.


ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງນີ້ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 18 ທັນວາ 2025, ທີ່ ນະຄອນຫຼວງຮ່າໂນ້ຍ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ເລ ຮວ່າຍ ຈຸງ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດ ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເຂົ້າຮ່ວມ. ໃນໂອກາດນີ້, ສອງຝ່າຍໄດ້ຮ່ວມກັນຕີລາຄາຄືນ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆທີ່ສອງຝ່າຍໃຫ້ຄວາມສົນໃຈ, ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອຍົກສູງກົນໄກການຮ່ວມມືລະຫວ່າງສອງກະຊວງ ໃນການເປັນເສນາທິການວຽກງານການຕ່າງປະເທດ, ການຕິດຕາມ ແລະ ຊຸກຍູ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງສອງປະເທດໃນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ເພື່ອເຮັດໃຫ້ການພົວພັນຮ່ວມມືນັບມື້ນັບມີປະສິດທິພາບ, ປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຫວຽດນາມ. ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຍົກລະດັບການພົວພັນຮ່ວມມື ຂຶ້ນສູ່ລະດັບໃໝ່ເພື່ອໃຫ້ແທດເໝາະກັບສະພາບການພາກພື້ນ ແລະ ສາກົນໃນປັດຈຸບັນ ກໍ່ຄືຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ, ເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດ ເປັນ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງປະເທດ ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ນໍາເອົາຜົນປະໂຫຍດທີ່ແທ້ຈິງ ມາສູ່ປະຊາຊົນສອງປະເທດ. ສອງຝ່າຍໄດ້ຕີລາຄາສູງ ຕໍ່ ການພົວພັນຮ່ວມມື ສອງປະເທດ ໃນໄລຍະຜ່ານມາ ທີ່ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ເຫັນໄດ້ຈາກການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືກັນ ໃນລະດັບສູງສຸດ ແລະ ມີການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ. ພິເສດ, ການພົວພັນຮ່ວມມື ທາງດ້ານການຄ້າ-ການລົງທຶນຂອງສອງປະເທດ ກໍຂະຫຍາຍຕົວຢ່າງຕໍ່ເນື່ອງ, ມູນຄ່າການຄ້າສອງສົ້ນ ໃນຕົ້ນປີ 2025 ບັນລຸເກືອບ 3 ຕື້ໂດລາສະຫະລັດ ແລະ ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ສືບຕໍ່ຢູ່ແຖວໜ້າຂອງບັນດາປະເທດທີ່ມາລົງທຶນຢູ່ ສປປ ລາວ, ເຊິ່ງປະກອບສ່ວນອັນສຳຄັນເຂົ້າໃນການສ້າງວຽກເຮັດງານທຳ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ສະເພາະການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນສືບຕໍ່ມີຄວາມສະໜິດແໜ້ນຕະຫຼອດໄລຍະຜ່ານມາ, ບັນດາກົມ ແລະ ສໍານັກງານຕາງໜ້າການທູດຢູ່ຕ່າງປະເທດລະຫວ່າງສອງປະເທດ ໄດ້ມີການພົບປະແລກປ່ຽນຂໍ້ມູນຂ່າວສານນຳກັນຢ່າງເປັນປົກກະຕິ ແລະ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື ໂດຍສະເພາະການເປັນເສນາທິການໃຫ້ແກ່ຂັ້ນເທິງໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ສືບຕໍ່ສຸມໃສ່ການຊຸກຍູ້ ແລະ ຕິດຕາມບັນດາກະຊວງ, ຂະແໜງຂອງສອງປະເທດໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ຂອງສອງກະຊວງໄລຍະ 2026-2030 ໃຫ້ປະກົດຜົນເປັນຮູບປະທໍາ. ສໍາລັບທິດທາງແຜນການຮ່ວມມືຕໍ່ໜ້າ, ສອງຝ່າຍເຫັນດີຈະສືບຕໍ່ ຈັດຕັ້ງຜັນຂະຫຍາຍ ຜົນສຳເລັດການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ຜົນກອງປະຊຸມພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ – ຫວຽດນາມ ແລະ ຜົນກອງປະຊຸມ ຄັ້ງທີ 48 ຂອງ ຄະນະກຳມະການຮ່ວມມື ທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ – ຫວຽດນາມ ແລະ ສືບຕໍ່ປະສານສົມທົບການຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ໃນປີ 2026 ທີ່ຈະມາເຖິງນີ້.
ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນກົນໄກທີ່ມີຄວາມສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງຂະແໜງການຕ່າງປະເທດ ລາວ-ຫວຽດນາມ ໃນຖານະເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ພັກ ແລະ ລັດ. ພິເສດ, ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດລາວ ນຳໂດຍພັນລະຍາລັດຖະມົນຕີກະຊວງການຕ່າງປະເທດລາວ ຍັງໄດ້ພົບປະແລກປ່ຽນຄຳຄິດ ເຫັນຮ່ວມກັບ ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຂອງຫວຽດນາມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງສະຫະພັນແມ່ຍິງລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຍິ່ງໆຂຶ່ນ. ການປະຊຸມປຶກສາຫາລືທາງດ້ານການເມືອງ ກໍຄື ການພົບປະແລກປ່ຽນລະຫວ່າງ ສອງສະຫະພັນແມ່ຍິງ ກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນ ເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ກະຊວງການຕ່າງປະເທດ


