ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືວຽກງານຄຸ້ມຄອງອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ

Feb 19, 2025

ວັນທີ 18 ກຸມພາ 2025 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມ ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຮອງເຈົ້າແຂວງວຽງຈັນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຕາງໜ້າອົງການປົກຄອງທ້ອງຖິ່ນ ແຂວງອ້ອມຂ້າງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິ ບັດວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າ ສະຫງວນແຫ່ງຊາດພູພະນັງ ໃນໄລຍະຜ່ານມາ ແລະ ຄົ້ນຄວ້າປຶກ ສາຫາລື ກໍານົດທິດທາງ ການແກ້ໄຂ ປາກົດການຫຍໍ້ທໍ້, ບັນດາໄພຂົ່ມຂູ່ທີ່ເກີິດຂຶ້ນ ເປັນຕົ້ນ: ບັນຫາການ ບຸກ ລຸກຈັບຈອງທີ່ ດິນ, ການລັກລອບຕັດໄມ້ທີ່ຜິດກົດໝາຍ, ການບຸກລຸກປ່າໄມ້, ການຈູດປ່າແບບຊະຊາຍ , ການລ່າສັດປ່າ, ການປ່ອຍສັດ-ລ້ຽງ ສັດ ແລະ ການອະນຸຍາດດໍາເນີນກິດຈະການຕ່າງໆ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ການປຶກສາຫາລືເພື່ອຊ່ວຍກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນສະພາບປັດຈຸບັນ ເພື່ອເປັນແນວທາງໃນການກໍາ ນົດທິດທາງແຜນການ ແລະ ມາດຕາການແກ້ໄຂໃນຕໍ່ໜ້າ ໃຫ້ຖືກ ຕ້ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ ເພື່ອເຮັດໃຫ້ວຽກ ງານການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນປ່າໄມ້ ໃນເຂດດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ໃຫ້ມີປະສິດທິຜົນ.
Cr: ຂ່າວ ກະຊວງກະສິກໍາ ແລະປ່າໄມ້