ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ລບຕ) ຈັດຂຶ້ນວັນທີ 1 ພະຈິກ 2024 ທີ່ໂຮງແຮມ ສຸພັດຕາ ເປັນປະທານຮ່ວມຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ນາງ Heather Variava ເອກອັກຄະລັດຖະທູດ ສະຫະລັດອາເມລິການ ປະຈຳ ສປປ ລາວ ແລະ ທ່ານ ນາງ Martine Thérer ຜູ້ຕາໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ມີຂະແໜງການກ່ຽວຂ້ອງເຂົ້າຮ່ວມທັງລະບົບເຊິ່ງໜ້າ ແລະ ທາງໄກ.
ທ່ານ ໂພໄຊ ໄຂຄຳພິທູນ ກ່າວວ່າ ປັດຈຸບັນລັດຖະບານ ສປປ ລາວ ກຳລັງກະກຽມຮ່າງແຜນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ໄລຍະ 2026-2030 ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ທີ່ໄດ້ຍົກສູງການແກ້ໄຂບັນຫາ ລບຕ ຕະຫຼອດມາ ເຖິງຈະມີການປັບປຸງຄະນະຄຸ້ມຄອງແຫ່ງຊາດເພື່ອແກ້ໄຂລະເບີດບໍ່ທັນແຕກ (ຄຊກລ) ມາຫຼາຍຄັ້ງຫຼາຍສະໄໝ ແຕ່ພວກເຮົາກໍຢືດໝັ້ນນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງລັດຖະບານໃນການສຸ່ມໃສ່ທຸກເຫື່ອແຮງກຳລັງເຂົ້າໃນການແກ້ໄຂບັນຫາ ລບຕ ເພື່ອໃຫ້ປະຊາຊົນປອດໄພ ແລະ ສົ່ງເສີມການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການປະກອບສ່ວນເຂົ້າໃນການພັດທະນາ-ເສດຖະກິດສັງຄົມ ພາຍຫຼັງ 1 ປີ ທີ່ມີການມອບ-ໂອນວຽກງານ ຄຊກລ ມາຂຶ້ນກັບກະຊວງການຕ່າງປະເທດ ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນຫຼາຍດ້ານທີ່ມີຄວາມຄືບໜ້າ.
ຄຽງຄູ່ກັບຄວາມຄືບໜ້າດັ່ງກ່າວກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລືຫຼາຍບັນຫາທີ່ເປັນສິ່ງທ້າທາຍ ແລະ ຊອກຫາທາງອອກຮ່ວມກັນເປັນຕົ້ນແມ່ນ ການປັບປຸງຂອດການປະສານງານລະຫວ່າງແຂວງ ແລະ ອົງການປະຕິບັດງານແກ້ໄຂບັນຫາ ລບຕ ໃຫ້ມີຄວາມໂລ່ງລ່ຽນຂຶ້ນຕື່ມ ຄວາມຈຳກັດທີ່ເຮັດໃຫ້ບໍ່ສາມາດຕອບສະໜອງການກວດກູ້ ລບຕ ໄດ້ຕາມການສະເໜີຈາກຂະແໜງການອື່ນໂດຍສະເພາະພື້ນທີ່ ທີ່ບໍ່ແມ່ນພື້ນທີ່ CHAs ແລະ ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ທີ່ບໍ່ໄດ້ຂຶ້ນງົບປະມານການກວດກູ້ເຂົ້າໄວ້ ປັບປຸງວຽງາານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ແລະ ການສຳຫຼວດ-ກວດກູ້ ເພື່ອໃຫ້ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.
ທີ່ມາ: ວຽງຈັນໃໝ່
ປຶກສາຫາລືຫຼາຍບັນຫາເພື່ອແກ້ໄຂລະເບີດບໍ່ທັນແຕກ

