ກອງປະຊຸມປຶກສາຫາລືຄັ້ງທີ2ເພື່ອປັບປຸງຮ່າງຖະແຫຼງການຂອງຜູ້ນຳອາຊຽນກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບຄຽງຄູ່ກັບກອງປະຊຸມເລີ່ມຕົ້ນໂຄງການຫຼຸດຜ່ອນໄພຂົ່ມຂູ່ທາງຊີວະພາບ(MBT)ໄລຍະທີ 3 ໄດ້ຈັດຂຶ້ນວັນທີ 11-14 ມີນາ 2024 ທີ່ແຂວງຫຼວງພະບາງ ເປັນປະທານໂດຍ ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດ ຕໍ່, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ.
ກອງປະຊຸມນີ້ແມ່ນປະຕິບັດຕາມຜົນກອງປະຊຸມປຶກສາຫາ ລືຄັ້ງທຳອິດທີ່ໄດ້ຈັດຂຶ້ນໃນເດືອນກຸມພາ 2024 ທີ່ນະຄອນ ຫຼວງວຽງຈັນແລະເພື່ອສືບຕໍ່ທົບທວນຄືນຄວາມຄືບໜ້າໃນການ ປັບປຸງຮ່າງຖະແຫຼງການໃຫ້ສົມບູນ ແນ ໃສ່ແກ້ໄຂບາງບັນຫາທີ່ສຳ ຄັນ ແລະ ກຳນົດກົນໄກການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອນຳສະເໜີເປົ້າໝາຍ ແຜນງານໂຄງການສ້າງກົນໄກການຕິດ ຕາມ ສົ່ງເສີມການຮ່ວມມື ແລະ ມີສ່ວນຮ່ວມຂອງຫຼາຍຂະແໜງ ການ ແລະ ພາກສ່ວນທີ່ກ່ຽວຂ້ອງ.





