ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການທ່ອງທ່ຽວ ຢູ່ແຂວງຫຼວງພະບາງ

Nov 4, 2024

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການທ່ອງທ່ຽວ ຢູ່ແຂວງຫຼວງພະບາງ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ແລະ ທ່ານ ນາງ ສີພອນໄພ ສິດທິໄຊ, ຮອງຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ຈຸດປະສົງເພື່ອປຶກສາຫາລືກ່ຽວກັບບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້້ນໃນຂະ ແໜງການທ່ອງທ່ຽວ ເພື່ອຊອກຫາວິທີທາງແກ້ໄຂຮ່ວມກັນ. ໃນກອງປະຊຸມໄດ້ລາຍ ງານສະພາບການຄຸ້ມຄອງຫົວໜ່ວຍທຸລະກິດນຳທ່ຽວ, ການຕິດຕາມກວດກາຫົວ ໜ່ວຍທຸລະກິດນຳທ່ຽວ, ການເຄື່ອນໄຫວທຸລະກິດນຳທ່ຽວ, ການບໍລິການນຳທ່ຽວຂອງພະນັກງານນຳທ່ຽວ ຕາມສິດ, ໜ້າທີ່ ພາລະບົດບາດຂອງຕົນໃນໄລຍະຜ່ານມາ.
ໂດຍໄດ້ຍົກໃຫ້ເຫັນບັນຫາທີ່ຕິດພັນກັບການທ່ອງທ່ຽວທີ່ຕ້ອງໄດ້ຮີບຮ້ອນແກ້ໄຂເປັນຕົ້ນແມ່ນ: ສິ່ງຮອງຮັບນັກທ່ອງທ່ຽວບໍ່ພຽງພໍ, ສະຖານທີ່ທ່ອງທ່ຽວ ແລະ ເສັ້ນ ທາງໃນຕົວເມືອງ ມີຄວາມແອອັດ, ການເຄື່ອນໄຫວທຸລະກິດນຳທ່ຽວ, ພະນັກງານນຳທ່ຽວ ທີ່ເຄື່ອນໄຫວບໍ່ສອດຄ່ອງກັບລະບຽບກົດໝາຍ, ຊາວຕ່າງປະເທດເຄື່ອນໄຫວເຮັດທຸລະກິດທີ່ເປັນອາຊີບສະຫງວນໃຫ້ຄົນລາວ, ການເກັບເງິນກອງທຶນສົ່ງເສີມການທ່ອງທ່ຽວຢູ່ກັບດ່ານສາກົນ ຍັງບໍ່ທັນມີຄວາມເປັນເອກະພາບກັນ ແລະ ບັນຫາອື່ນໆ.
ເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານ ນາງ ສີພອນໄພ ສິດທິໄຊ, ໄດ້ມີຄຳເຫັນກ່ຽວກັບ ການການເກັບເງິນກອງທຶນສົ່ງເສີມການທ່ອງທ່ຽວປັດຈຸບັນມີຈຳນວນ 07 ດ່ານ ທີ່ສາມາດເກັບເງິນດ້ວຍລະບົບ easy pass ຜ່ານທະນາຄານກັບດ່ານໄດ້, ສຳລັບດ່ານທີ່ຍັງບໍ່ທັນຕິດຕັ້ງລະບົບເກັບເງິນເທື່ອແມ່ນໃຫ້ປະຕິບັດຕາມຮູບແບບເກົ່າກ່ອນ, ການກວດກາເອກະສານນຳທ່ຽວເຈົ້າໜ້າທີ່ຕຳຫຼວດຕ້ອງກວດກາຕາມພາລະບົດ ບາດຂອງຕົນ, ກຸ່ມພະນັກງານນຳທ່ຽວແຂວງຕ້ອງໄດ້ປະສານງານກັບສະມາຄົມນຳທ່ຽວນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ພະນັກງານນຳທ່ຽວທີ່ເປັນສະມາຊິກຂອງກຸ່ມ ນຳພານັກທ່ອງທ່ຽວມາທ່ຽວຢູ່ນະຄອນຫຼວງວຽງຈັນ, ຮຽກຮ້ອງໃຫ້ສະມາຄົມທຸລະກິດນຳທ່ຽວ, ກຸ່ມພະນັກງານນຳທ່ຽວເອົາໃຈໃສ່ສຶກສາອົບຮົມສະ ມາຊິກໃຫ້ເຄື່ອນໄຫວຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ.