ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືແບບມີສ່ວນຮ່ວມຂອງໂຄງການຂຸດຄົ້ນຖ່ານຫີນຢູ່ແຂວງສາລະວັນ

Oct 31, 2024

ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ສາລະວັນ ໄດ້ຈັດກອງປະຊຸມ ປຶກ ສາຫາລື ແບບມີສ່ວນຮ່ວມ ຂັ້ນແຂວງ/ສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາ ສິ່ງແວດລ້ອມ ຂອງໂຄງການຂຸດຄົ້ນຖ່ານຫີນ (Caol) ເນື້ອທີ່ 400 ເຮັກຕາ ຢູ່ເຂດບ້ານສ້ອຍທົ່ງ ແລະ ບ້ານຫ້ວຍງົວ ເມືອງຕະໂອ້ຍ ແຂວງສາ ລະວັນ ຂອງບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດຜູ້ດຽວ, ໂດຍການເປັນປະທານຮ່ວມ ຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ແລະ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງ ແຂວງສາລະວັນ.
ກອງປະຊຸມ ຄັ້ງນີ້, ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວ ຂ້ອງ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການ.
ໂຄງການດັ່ງກ່າວ ແມ່ນໄດ້ນໍາໃຊ້ເນື້ອທີ່ 400 ເຮັກຕາ ຢູ່ເຂດບ້ານສ້ອຍທົ່ງ ແລະ ບ້ານຫ້ວຍງົວ ເມືອງຕະໂອ້ຍ ແຂວງສາລະວັນ ຂອງບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດຜູ້ດຽວ ແລະ ໄດ້ວ່າຈ້າງ ບໍລິສັດ ທີ່ປຶກສາດ້ານສິ່ງແວດລ້ອມ ເປັນຜູ້ດໍາເນີນການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຮ່າງບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ລວມທັງແຜນຄຸ້ມ ຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ໂຄງການດັ່ງກ່າວ. ພາຍຫຼັງໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມ ເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະ ອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດ ລ້ອມ ຂອງໂຄງການດັ່ງກ່າວ ຜູ້ເຂົ້າຮ່ວມກໍ່ໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາ ໃຫ້ເຈົ້າຂອງໂຄງການນຳໄປຄົ້ນຄວ້າປັບປຸງຕື່ມອີກ.
ໃນຕອນທ້າຍ, ທ່ານປະທານກອງປະຊຸມໄດ້ເນັ້ນໃຫ້ເຈົ້າຂອງໂຄງການ ເອົາໃຈໃສ່ປັບປຸງ ຮ່າງບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຕາມຄໍາຄິດເຫັນຂອງທຸກພາກ ສ່ວນໃນກອງປະຊຸມ ຄັ້ງນີ້ ແລະ ນໍາສົ່ງມາຍັງ ກຊສ ເພື່ອດໍາເນີນ ການທົບທວນຕື່ມ ແລະ ພິຈາລະນາ ການສະເໜີອອກໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ, ສິ່ງສໍາຄັນ ຖ້າເມື່ອໃດໂຄງການໄດ້ຮັບໃບ ຢັ້ງຢືນ ກ່ຽວກັບສິ່ງແວດລ້ອມແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມທີ່ລະບຸໃນເອກະສານດັ່ງກ່າວ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.
ຂ່າວ: ບົວແສງປະເສີດ ພຣະສິດທິເດດ