ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ (ກຊສ) ຮ່ວມກັບ ພະແນກຊັພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ (ພຊສ) ແຂວງ ຫຼວງນ້ຳທາ ແລະ ພຊສ ແຂວງ ອຸດົມໄຊ ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນແຂວງ ແລະ ຂັ້ນສູນກາງ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມໂຄງການກໍ່ສ້າງທາງດ່ວນ ໄລຍະແຕ່ເມືອງໄຊ ແຂວງ ອຸດົມໄຊ ຫາ ບໍ່ເຕ່ນ ແຂວງຫຼວງນ້ຳທາ ໄລຍະທາງຍາວ 76,487 ກິໂລແມັດ ໃນລະຫວ່າງວັນທີ 11 ທັນວາ 2024 ທີ່ແຂວງ ຫຼວງນ້ຳທາ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າ ກສລ ແລະ ທ່ານ ຫຼ້າປະເສີດ ສີປະເສີດ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ ແລະ ວັນທີ 12 ທັນວາ 2024 ຈັດຂຶ້ນທີ່ແຂວງ ອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆອຸດົມໄຊ, ມີທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າ ກສລ, ມີ ທ່ານ ເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະພະແນກ ຊສ ຂອງ 2 ແຂວງ.
ໃນໄລຍະ 2 ມື້ ກອງປະຊຸມດັ່ງກ່ວ ໄດ້ຮັບຟັງການລາຍງານສະພາບລວມ, ປະ ຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການ ພ້ອມທັງຮັບຟັງການກໍານົດບັນດາມາດຕະການຫຼຸດຜ່ອນ, ແກ້ໄຂຜົນກະທົບ ແລະ ຄວາມສ່ຽງດ້ານຕ່າງໆ. ສຳລັບ ໂຄງການກໍ່ສ້າງທາງດ່ວນ ຊ່ວງແຕ່ເມືອງໄຊ ແຂວງ ອຸດົມໄຊ ຫາ ບໍ່ເຕ່ນ ແຂວງຫຼວງນ້ຳທາ ທີ່ເປັນໂຄງການທາງດ່ວນ ໄລຍະ 4 ເຊິ່ງເປັນເສັ້ນທາງຫຼັກທີ່ສຳຄັນ ໃນເຂດພາກພື້ນລຸ່ມແມ່ນ້ຳຂອງ ແລະ ເປັນສ່ວນໜຶ່ງທີ່ສຳຄັນ ຂອງລະບົບຕາໜ່າງເສັ້ນທາງອາຊີ AH12. ສຳລັບການອອກແບບເສັ້ນທາງດັ່ງກ່າວແມ່ນມີ ໄລຍະທາງຍາວປະມານ 76,487 ກິໂລແມັດ, ມີຂົວ 86 ແຫ່ງ(ຍາວ 14.422ມ), ມີ 188 ທໍ່ລະບາຍນ້ຳ, ມີ 1 ອຸໂມງ(ຍາວ 1.295ມ), ມີຂົວຂ້າມນ້ຳ 11ແຫ່ງ, ລວງຍາວເສັ້ນທາງຜ່ານເມືອງໄຊ ແຂວງອຸດົມໄຊ ຍາວປະມານ 28,442 ກິໂລແມັດ, ລວງຍາວເສັ້ນທາງຜ່ານເມືອງນາໝໍ້ ແຂວງອຸດົມໄຊ ຍາວປະມານ 39,72 ກິໂລແມັດ ແລະ ລວງຍາວເສັ້ນທາງຜ່ານເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ຍາວປະມານ 13,125 ກິໂລແມັດ.
ພາຍຫຼັງໄດ້ຮັບຟັງການລາຍງານແລ້ວກໍ່ໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາ ໃຫ້ໂຄງການ ເອົາໃຈໃສ່ປັບປຸງຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຕາມຄໍາຄິດຄຳເຫັນຂອງທຸກພາກສ່ວນໃນກອງປະຊຸມ.
ໃນຕອນທ້າຍຂອງກອງປະຊຸມ, ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ, ກໍ່ຕ້ອງເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດວຽກງານຕົວຈິງ ທັງໃນໄລຍະກໍ່ສ້າງເສັ້ນທາງ ແລະ ດໍາເນີນກິດຈະການ ກໍ່ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ ຕາມທີ່ໄດ້ກໍານົດໄວ້.
ຂ່າວໂດຍ: ອະພິເດດ ແສງດາລາ






