ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ກົມສິ່ງແວດລ້ອມ (ກສລ) ຮ່ວມກັບ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງ ແວດລ້ອມ (ພຊສ) ແຂວງຫົວພັນ, ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມປຶກສາ ຫາລືແບບມີສ່ວນຮ່ວມຂັ້ນສູນກາງກ່ຽວກັບບົດລາຍງານການປະ ເມີນຜົນກະ ທົບຕໍ່ສິ່ງແວດລ້ອມແບບລະອຽດ, ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສະບັບເດືອນກໍ ລະກົດ 2024 ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກແບບທົດລອງ ເນື້ອທີ່ 500 ເຮັກຕາ ຢູ່ເຂດບ້ານສົບຊາຍ, ບ້ານທັບເຜີ້ງ ເມືອງຊໍາເໜືອ ແລະ ອຸໄທ ເມືອງຫົວເມືອງ, ແຂວງຫົວພັນຂອງບໍລິສັດ ລາວຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈໍາກັດ ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດ ຖະມົນຕີ ກຊສ.
ກອງປະຊຸມ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການ ພ້ອມທັງຮັບຟັງການກໍານົດບັນດາມາດຕະການຫຼຸດຜ່ອນ, ແກ້ໄຂຜົນກະທົບ ແລະ ຄວາມສ່ຽງດ້ານຕ່າງໆ ຂອງໂຄງ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ແບບທົດລອງ ເນື້ອທີ່ 500 ເຮັກຕາ ຢູ່ເຂດບ້ານສົບຊາຍ, ບ້ານທັບເຜີ້ງ ເມືອງຊໍາເໜືອ ແລະ ອຸໄທ ເມືອງຫົວເມືອງ ແຂວງຫົວພັນ ຂອງບໍລິສັດ ລາວຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ.
ພາຍຫຼັງໄດ້ຮັບຟັງການລາຍງານຫຍໍ້ຂອງໂຄງການແລ້ວ ຜູ້ເຂົ້າຮ່ວມກໍ່ໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາ ຈຳນວນໜຶ່ງໃຫ້ເຈົ້າຂອງໂຄງການນຳໄປປັບປຸງຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ.
ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ເນັ້ນໃຫ້ເຈົ້າຂອງໂຄງ ການ ເອົາໃຈໃສ່ປັບປຸງຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຕາມຄໍາຄິດເຫັນຂອງທຸກພາກສ່ວນໃນກອງປະຊຸມຄັ້ງນີ້ ແລະ ນໍາສົ່ງມາຍັງ ກຊສ ເພື່ອດໍາເນີນການທົບທວນຕື່ມ ແລະ ພິຈາລະນາການສະເໜີອອກໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ, ສິ່ງສໍາຄັນ ຖ້າເມື່ອໃດໂຮງງານໄດ້ຮັບໃບຢັ້ງຢືນ ກ່ຽວກັບສິ່ງແວດ ລ້ອມແລ້ວ, ໂຄງການຕ້ອງປະຕິບັດມາດຕະ ການສິ່ງແວດລ້ອມ ດັ່ງທີ່ລະບຸໃນເອກະສານດັ່ງກ່າວຢ່າງເຂັ້ມງວດ ເພື່ອຫຼີກ ຫລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍ ຫຼັງ.
ຂ່າວ: ບົວແສງປະເສີດ ພຣະສິດທິເດດ





