ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບການຕະຫຼາດການທ່ອງທ່ຽວ

Nov 8, 2024

ວັນທີ 7 ພະຈິກ 2024 ນີ້, ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບການຕະຫຼາດການທ່ອງທ່ຽວຂຶ້ນຢູ່ທີ່ຫໍວັດທະນະທຳຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວແລະ ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າພະແນກ ຖວທ ແຂວງຫົວພັນ.
ໃນກອງປະຊຸມ ທ່ານ ນາງ ມະໄລທອງ ບຸນຍາໄຊ ຫົວໜ້າຂະແໜງທ່ອງທ່ຽວພະແນກ ຖວທ ແຂວງຫົວພັນ ໄດ້ຍົກໃຫ້ເຫັນຈຸດພິເສດຂອງແຂວງຫົວພັນ ເຊີ່ງແຂວງຫົວພັນເປັນແຂວງທີ່ມີອາກາດໜາວເຢັນ, ມີທີວທັດທຳມະຊາດສວຍງາມ ແລະ ມີດອກໄມ້ເປັນເອກະລັກຂອງແຂວງ ພ້ອມທັງມີຊາຍແດນຕິດກັບ 3 ແຂວງຂອງ ສສ ຫວຽດນາມ ແລະ ຕິດກັບ 2 ແຂວງຄື: ແຂວງຫຼວງພະບາງ ເມືອງມໍລະດົກໂລກ ແລະ ຊຽງຂວາງ. ໃນໄລຍະຜ່ານມາແຂວງຫົວພັນກໍ່ໄດ້ໂຄສະນາ ແລະ ວາງແຜນການຕະຫຼາດທ່ອງທ່ຽວຂອງແຂວງເຊັ່ນ: ໂຄສະນາຂໍ້ມູນຂ່າວສານ, ຈັດກິດຈະ ກຳການທ່ອງທ່ຽວຂອງແຂວງຫົວພັນລົງເຟສບຸກຂອງຂະແໜງທ່ອງທ່ຽວ, ຮ່ວມກັບເມືອງມົກເຈົາແຂວງເຊິນລາ ສສ ຫວຽດນາມສ້າງເວັບໄຊ້ການທ່ອງທ່ຽວຂອງແຂວງຫົວພັນເປັນພາສາລາວ ແລະ ພາສາຫວຽດນາມສາມາດເຮັດໃຫ້ນັກທ່ອງທ່ຽວສາ ມາດເຂົ້າເຖິງຂໍ້ມູນການທ່ອງທ່ຽວແຂວງຫົວພັນງ່າຍຂື້ນ, ສ້າງແຜນພັບໂຄສະນາການທ່ອງ ທ່ຽວເປັນພາສາລາວ ແລະ ພາສາອັງກິດແຈກຢາຍໃຫ້ແກ່ນັກທ່ອງທ່ຽວຢູ່ຫ້ອງຂໍ້ມູນຂ່າວສານ, ແຈກຢາຍຢູ່ງານສໍາຄັນຕ່າງໆທີ່ແຂວງຈັດຂຶ້ນ.
ນັບແຕ່ປີ 2022 ເປັນຕົ້ນມາໄດ້ມີການສ້າງກິດຈະກຳ ແລະ ໂຄສະນາການຈັດງານນິທັດສະການທ່ຽວຊົມດອກຄາຍປ່າ, ດອກຊາກຸຣະ, ຮ່ວມກັບອົງການພັດທະ ນາຄົນພິການອາຊີຫຼື ADDP. ອອກແບບ, ສ້າງກິດຈະກຳສົ່ງເສີມການທ່ອງທ່ຽວຢູ່ສວນຊາກຸຣະຫົວພັນ-ຍີ່ປຸ່ນ ທີ່ເມືອງວຽງໄຊ ເຊິ່ງໄດ້ເຮັດໃຫ້ນັກທ່ອງທ່ຽວຮັບຮູ້ ແລະ ເດີນທາງເຂົ້າມາທ່ຽວຊົມແຂວງຫົວພັນ. ປະຈຸບັນ ແຂວງຫົວພັນມີສະໜາມບິນໜອງຄ້າງ ແລະ ມີຖ້ຽວບິນຫຼາຍຖ້ຽວຕໍ່ມື້ ສາມາດອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການເດີນທາງເຂົ້າມາທ່ອງທ່ຽວຢູ່ແຂວງຫົວພັນນັບມື້ຫຼາຍຂື້ນ.
ໃນຕໍ່ໜ້າພະແນກ ຖວທ ແຂວງຫົວພັນຈະສືບຕໍ່ພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານການທ່ອງທ່ຽວກັບ 3 ແຂວງຂອງ ສສ ຫວຽດນາມ, ປັບປຸງເວັບໄຊ້ການທ່ອງທ່ຽວຂອງແຂວງ, ອັບເດດຂໍ້ມູນ, ໂຄສະນາການທ່ອງທ່ຽວຂອງແຂວງຫົວພັນໃຫ້ກວ້າງຂວາງກວ່າເກົ່າ ແລະ ສ້າງກິດຈະກຳສົ່ງເສີມການທ່ອງທ່ຽວໃຫ້ນັບມື້ມີຫຼາກຫຼາຍສີສັນກວ່າເກົ່າ. ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນ, ແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາຕື່ມອີກ.
ຂ່າວ-ພາບ: ນິດຖະໜອມ