ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລື ການສ້າງຍຸດທະສາດການຮ່ວມມື ແລະ ກໍານົດໂຄງການຮ່ວມມືໃໝ່

Jun 10, 2025

ກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດການຮ່ວມມື (2026-2030) ແລະ ກໍານົດໂຄງການຮ່ວມມືໃໝ່ ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການກອງທຶນການເງິນສາກົນ ເພື່ອພັດທະນາກະສິກໍາ (IFAD) ຈັດຂຶ້ນວັນທີ 10 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ປອ. ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ຣາເຊລ ອາເຊຊີ (Rachele Arcese) ຫົວໜ້າແຜນງານ (task manager) ປະຈໍາ ສປປ ລາວ ມີບັນດາຜູ້ຕາງໜ້າຈາກ ກົມ ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ. ບຸນເດດ ສຸດທະວິໄລ ກ່າວວ່າ: ໃນກອງປະຊຸມວັນທີ 9 ຜ່ານມາ ເຫັນໄດ້ການປະກອບສ່ວນຂອງບັນດາທ່ານ ໃນການປຶກສາຫາລືບັນຫາຕ່າງໆທີ່ສໍາຄັນກ່ຽວກັບ ການທົບທວນຜົນໄດ້ຮັບຂອງ COSOP 2018 ແລະ ພາບລວມຂະບວນການອອກແບບ COSOP 2026-2031 ນໍາສະເໜີບັນຫາສໍາຄັນຍຸດທະສາດ ນະໂຍບາຍ ແລະ ບູລິມະສິດ ໃນການພັດທະນາຂອງລັດຖະບານ ທີ່ຕິດພັນກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 9 ແລະ 10 ການເຮັດກະສິກໍາແບບທັນສະໄໝ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມທີ່ຍືນຍົງ ບູລິມະສິດໃນການພັດທະນາແບບຮອບດ້ານ ແລະ ການເຕີບໂຕແບບຍືນຍົງ ນະວັດຕະກໍາໃນການພັດທະນາຊົນນະບົດ ຕ່ອງໂສ້ມູນຄ່າໂພຊະນາການ ການເຂົ້າເຖິງຕະຫຼາດ ການເງິນ ແລະ ອື່ນໆ ເຊິ່ງບັນຫາເຫຼົ່ານີ້ລ້ວນແຕ່ສົ່ງຜົນຕໍ່ການຈັດຕັ້ງປະຕິບັດຍຸດທະສາດ ແລະ ໂຄງການໃໝ່ທີ່ພວກເຮົາກໍາລັງອອກແບບ.
ສໍາລັບມື້ທີສອງຂອງກອງປະຊຸມ ຈະໄດ້ມີການອັບເດດກ່ຽວກັບການຈັດຕັ້ງປະຕິບັດ ແລະ ນໍາສະເໜີບົດຮຽນທີ່ຖອດຖອນໄດ້ ຈາກການຄຸ້ມຄອງບັນດາໂຄງການ ທີ່ໄດ້ຮັບທຶນຈາກ IFAD ເປັນຕົ້ນແມ່ນ AFN II ແລະ PICSA ທີ່ຕິດພັນກັບການພັດທະນາພື້ນຖານໂຄງລ່າງຊົນນະບົດ ຜະລິດຕະພັນກະສິກໍາ ການຄຸ້ມຄອງ ແລະ ພັດທະນາກຸ່ມຊາວກະສິກອນ ການພັດທະນາຕ່ອງໂສ້ມູນຄ່າ ການເຂົ້າເຖິງຕະຫຼາດ ຂັ້ນຕອນການປະເມີນສິ່ງແວດລ້ອມ ແລະ ສັງຄົມ (SECAP) ແລະ ການມີສ່ວນຮ່ວມຂອງສັງຄົມ (social inclusion).
ນອກຈາກນັ້ນ ໃນຕອນບ່າຍຈະໄດ້ມີການປຶກສາຫາລືກັບ ຄູ່ຮ່ວມພັດທະນາ ກ່ຽວກັບນະໂຍບາຍ ແລະ ບູລິມະສິດຂອງຕົນ ພ້ອມທັງເພື່ອກໍານົດທ່າແຮງໃນການຮ່ວມມື ເພື່ອເຮັດວຽກຮ່ວມກັນ ແລະ ສົ່ງເສີມໂຄງການ IFAD ໃນ ສປປ ລາວ ທີ່ໄດ້ວາງແຜນໄວ້ ສິ່ງສໍາຄັນແມ່ນ ຜົນໄດ້ຮັບຈາກກອງປະຊຸມໃນມື້ນີ້ ຈະເປັນຂໍ້ມູນສໍາຄັນທີ່ສະໜັບສະໜູນ ການພັດທະນາແຜນງານຍຸດທະສາດ COSOP ສະບັບໃໝ່ 2026-2031 ແລະ ຮ່າງແນວຄວາມຄິດໂຄງການ (PCN) ລະຫວ່າງ ສປປ ລາວ ແລະ ອົງການ IFAD ຕໍ່ກັບການການອອກແບບໂຄງການ ໃນນາມຄະນະຮັບຜິດຊອບການອອກແບບ-ຈັດຕັ້ງປະຕິບັດໂຄງການທີ່ຂື້ນກັບກະຊວງກະສິກໍາ ແລະ ປ່າໄມ້ ຂ້າພະເຈົ້າຂໍເນັ້ນຢໍ້າກ່ຽວກັບແນວທາງໃນຕໍ່ໜ້າຂອງລັດຖະບານ ທີ່ກໍານົດໃຫ້ ການເຮັດໂຄງການເປັນແບບຈຸດສຸມ-ບໍ່ກະແຈກກະຈາຍ ເຊິ່ງຈະຕ້ອງໄດ້ຈໍາກັດພື້ນທີ່ໂຄງການ ເພື່ອຫຼີກລ່ຽງບໍ່ໃຫ້ໂຄງການມີຢູ່ຫຼາຍແຂວງ/ຫຼາຍເມືອງ ຈົນເກີນຄວາມຈໍາເປັນ.
ທີ່ມາ: ວຽງຈັນໃໝ່