ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລື ວຽກງານປັບປຸງຫຼັກສູດຝຶກອົບຮົມການກວດສອບສອບແຫ່ງລັດ

Feb 28, 2025

ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມວຽກງານກວດສອບ ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມປຶກສາຫາລື (ລະດົມແນວຄວາມຄິດ) ໃນການປັບປຸງຫຼັກສູດຝຶກອົບຮົມ ການຮຽນ-ການສອນ ໃນວັນທີ 28 ກຸມພາ 2025 ຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ມີຜູ້ຕາງໜ້າຈາກຫ້ອງການ ບັນດາກົມ ຂອງອົງການກວດສອບແຫ່ງລັດ ອົງການກກວດສອບປະຈຳພາກກາງ 1 ຄະນະຮັບຜິດຊອບກອງປະຊຸມ ແລະ ພະນັກງານສະຖາບັນ ເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.
ໂອກາດນີ້ ທ່ານ ບຸນເລີດ ເທບວົງສາ ກ່າວວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນ ເພາະວ່າບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈະໄດ້ຄົ້ນຄ້ວາ ແລະ ປະກອບຄຳເຫັນໃສ່ຫຼັກສູດຝຶກອົບຮົມນັກກວດສອບສອບແຫ່ງລັດ ຂັ້ນ 1 ແລະ ການຮຽນ-ການສອນ ຢ່າງມີວິທະຍາສາດ ແລະ ທັນສະໄໝ ແນໃສ່ສ້າງຫຼັກສູດ ແລະ ວິທີການຮຽນ-ການສອນ ໃຫ້ມີຄຸນນະພາບ ເພື່ອເປັນເຄື່ອງມືໃຫ້ແກ່ສະຖາບັນ ໃນການຝຶກ ອົບຮົມນັກກວດສອບແຫ່ງລັດ ໃຫ້ມີຄວາມຮູ້-ຄວາມສາມາດ ທາງດ້ານວິຊາສະເພາະກວດສອບ ຍ້ອນແນວນັ້ນ ຂໍຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົົກສູງສະຕິປັນຍາ ຄວາມຮູ້ ຄວາມສາມາດ ແລະ ພ້ອມກັນເອົາໃຈໃສ່ຄົ້ນຄ້ວາ ປະກອບຄຳເຫັນ ຕໍ່ຫຼັກສູດຝຶກອົບຮົມ ການຮຽນ-ການສອນ ນັກກວດສອບແຫ່ງລັດ ຂັ້ນ 1 ໃຫ້ມີຄຸນນະພາບສູງຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມຄັ້ງນີ້ ທ່ານ ບຸນເລີດ ເທບວົງສາ ຍັງໄດ້ນຳສະເໜີ ກ່ຽວກັບການຈັດຕັ້ງປະຕິບັດຫຼັກສູດຝຶກອົບຮົມ ການຮຽນ-ການສອນ ໂດຍຈະຍົກໃຫ້ເຫັນຈຸດປະສົງ ປະຫວັດຄວາມເປັນມາ ມາດຖານ ແລະ ໂຄງສ້າງທາງດ້ານເນື້ອໃນ ຂອງຫຼັກສູດເຝິກອົບຮົມໃນຄັ້ງນີ້ອີກດ້ວຍ.
ທີ່ມາ: ວຽງຈັນໃໝ່