ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລື ຮ່ວມຊາຍແດນ “ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ແລະ ອຸທິຍານແຫ່ງຊາດຫີນໜາມໜໍ່

Jul 28, 2025

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ແລະ ທ່ານ ຮວ່າງ ນາມ ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນແຂວງ ກວາງຈິ ພ້ອມດ້ວຍພະແນກການ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
May be an image of 9 people, dais and text
ກອງປະຊຸມປຶກສາຫາລືວິຊາການ ລະຫວ່າງ ແຂວງ ຄໍາມ່ວນ ແລະ ແຂວງ ກວາງຈິ ໃນຄັ້ງນີ້ ເພຶ່ອຄົ້ນຄວ້າປຶກສາຫາລື ວຽກຮ່ວມຊາຍແດນຂອງ “ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍຣະດົກໂລກ ” ເຊິ່ງຈະໄດ້ຜ່ານຮ່າງເອກະສານກອບການຮ່ວມມືຊາຍແດນລະຫວ່າງສອງອຸທິຍານ ແລະ ການປະສານງານຮ່ວມຊາຍແດນ ເພື່ອເປັນບ່ອນອີງພື້ນຖານອັນສຳຄັນໃນການສືບຕໍ່ຮ່ວມກັນ ໃນຕໍ່ໜ້າໃຫ້ມີຄວາມເໝາະສົມ ແລະ ແທດເໝາະກັບທ້ອງຖິ່ນຢ່າງລະອຽດ, ທັງເປັນການສ້າງສາຍສຳພັນ ຮັກແພງລະຫວ່າງ ແຂວງຄຳມ່ວນ ສປປ ລາວ ກັບ ແຂວງກວາງຈິ ສສ ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
May be an image of 6 people, dais and text
ໃນວັນດຽວກັນ ທ່ານ ຮວ່າງ ນາມ ຄະນະກຳມະການປະຊາຊົນແຂວງ ກວາງຈິ ພ້ອມຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ຢ້ຽມຢາມອານຸສອນສະຖານ ປະທານ ໂຮ່ຈິມິນ ບ້ານຊຽງຫວາງ ເມືອງໜອງບົກ ເພື່ອຈູດທູບຢູ່ທີ່ຫໍໄຫວ້ ປະທານໂຮ່ຈິມິນ ທັງເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີອັນປະເສີດຂອງ ປະທານໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່ແຫ່ງການປະຕິວັດຫວຽດນາມ ແລະ ແສນຮັກຂອງປະຊາຊົນຊາວຫວຽດນາມ.
May be an image of 7 people and text