ເມື່ອບໍ່ດົນມານີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ ສົມທົບກັບ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບັນດາບ້ານ ພ້ອມດ້ວຍເຈົ້າ ຂອງໂຄງການ ໄດ້ຈັດກອງປະຊມປຶກສາຫາລື ແລະ ຜ່ານບົດສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຜນຄຸ້ມຄອງ – ຕິດຕາມກວດກາສິ່ງແວດລ້ອມ ໂຄງການລົງທຶນພັດ ທະນາແຫຼ່ງທ່ອງທ່ຽວທໍາມະຊາດ ແບບອະນຸລັກ ຕາດຖໍ້າຈໍາປີ ບ້ານ ຫຼັກ 38 ເມືອງປາກຊ່ອງ ຂອງ ບໍລິສັດ ໄວ້ໂກ ພັດທະນາ ການທ່ອງທ່ຽວ ອະນຸລັກ ແລະ ບັນເທີງ ຈຳກັດຜູ້ດຽວ ເພື່ອແນໃສ່ເຮັດໃຫ້ໂຄງການສາມາດດໍາເນີນໄດ້ຢ່າງມີປະສິດທິຜົນ, ເປັນມິນຕໍ່ສິ່ງແວດລ້ອມ ແລະ ສ້າງລາຍຮັບໃຫ້ປະຊາຊົນທ້ອງຖິ່ນ.
ກອງປະຊຸມ ຈັດຂຶ້ນຢູ່ຫ້ອງວ່າການປົກຄອງເມືອງປາກຊ່ອງໂດຍການເປັນປະທານຂອງ ທ່ານ ໄຊຍະສິດ ວິລະພັດ, ຮອງຫົວ ໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິສິ່ງແວດລ້ອມ.
ຂ່າວ: ທູນທອງໃຈ





