ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລື ແລະ ເຜີຍແຜ່ຄວາມຮັບຮູ້ກ່ຽວກັບວຽກງານການທູດເສດຖະກິດ ໃຫ້ແກ່ 4 ແຂວງພາກໃຕ້

Feb 27, 2025

ໃນວັນທີ 27 ກຸມພາ 2025, ກົມເສດຖະກິດ, ກະຊວງການ ຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ວຽກ ງານການທູດເສດຖະກິດ ໃຫ້ແກ່ ບັນດາ 04 ແຂວງພາກໃຕ້ ຢູ່ທີ່ ແຂວງຈຳປາສັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນ ຕີກະຊວງການຕ່າງປະເທດ ແລະ ທ່ານ ສົມບູນ ເຮືອງວົງສາ, ຮອງເຈົ້າແຂວງ ແຂວງຈຳປາສັກ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງຂະແໜງການ ແລະ ພະ ແນກການຕ່າງໆທີ່ກ່ຽວຂ້ອງ ຈາກ 04 ແຂວງພາກໃຕ້ ເຂົ້າຮ່ວມທັງໝົດ ຈໍານວນ 80 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານການທູດເສດຖະກິດ ທີ່ຕິດພັນກັບແຜນການພັດທະນາເສດຖະກິດ- ສັງຄົມຂອງ ສປປ ລາວ ໃນປັດຈຸບັນ, ແນໃສ່ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງຊາດ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງແຕ່ລະຂະແໜງ ເພື່ອດຶງດູດການລົງທຶນຈາກຕ່າງ ປະເທດ, ລວມທັງພັດທະນາ ແລະ ສ້າງພື້ນຖານການຜະລິດທີ່ເຂັ້ມແຂງ ເພື່ອຍົກລະດັບວຽກງານການຄ້າຂອງລາວໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.
ຄຽງຄູ່ກັນນັ້ນ, ຍັງແນໃສ່ການສ້າງກົນໄກຂອດປະສານງານ ລະຫວ່າງ ສູນກາງ, ທ້ອງຖິ່ນ ແລະ ບັນດາສະຖານທູດລາວຢູ່ຕ່າງປະເທດ ໃຫ້ເປັນລະບົບ ເພື່ອຮັບປະກັນໃຫ້ແກ່ການເຄື່ອນ ໄຫວວຽກງານດ້ານການທູດເສດຖະກິດດັ່ງກ່າວ.
ໃນກອງປະຊຸມ ໄດ້ຮັບຟັງການນໍາສະເໜີເອກະສານສໍາຄັນຕ່າງໆ ຄື: ດໍາລັດວ່າດ້ວຍການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ເພື່ອພັດທະນາເສດຖະກິດຂອງຊາດ; ເຜີຍແຜ່ຄວາມໝາຍ, ຄວາມສໍາຄັນຂອງການເຄື່ອນໄຫວວຽກງານການທູດເສດຖະກິດ ແລະ ທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ເຜີຍແຜ່ບັນດານິຕິກຳທີ່ຕິດພັນກັບວຽກງານກົງສຸນ ຈຳນວນໜຶ່ງ. ນອກນີ້, ຍັງໄດ້ຮັບຟັງການລາຍງານທ່າແຮງດ້ານເສດຖະກິດຂອງບັນ ດາ 04 ແຂວງ ພາກໃຕ້ (ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື).
ພ້ອມທັງໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນ ແລະ ບົດ ຮຽນໃນແຕ່ລະດ້ານ ທີ່ຕິດພັນກັບຂະແໜງການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງແຂວງກັບແຂວງ ແລະ ແຂວງກັບສູນ ກາງ; ລວມທັງການປຶກສາຫາລືກ່ຽວກັບການສ້າງຕັ້ງກົນໄກຈຸດປະສານງານສະເພາະວຽກງານການທູດເສດຖະກິດລະຫວ່າງ ສູນ ກາງ ແລະ ທ້ອງຖິ່ນ.
ຜູ້ແທນກອງປະຊຸມ ຍັງໄດ້ໄປຢ້ຽມຢາມເຂດເສດຖະກິດສະ ເພາະ ປາກເຊ-ຍີ່ປຸ່ນ ເພື່ອຢ້ຽມຊົມການພັດທະນາ ແລະ ຮັບຟັງບັນດາທ່າແຮງດ້ານການລົງທຶນໃນເຂດດັ່ງກ່າວ. ການຢ້ຽມຢາມຄັ້ງນີ້ ນອກຈາກໄດ້ຮັບຟັງການບັນຍາຍຈາກເຂດດັ່ງກ່າວແລ້ວ ຍັງໄດ້ມີການສົນທະນາແລກປ່ຽນບົດຮຽນດ້ານຕ່າງໆທີ່ຕິດພັນກັບການພັດທະນາເຂດດັ່ງກ່າວ ໂດຍສະເພາະແມ່ນການດຶງດູດການລົງທຶນ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກຫາຊ່ອງທາງອຳ ນວຍຄວາມສະດວກໃຫ້ແກ່ການລົງທຶນໃນຕໍ່ໜ້າ.