ເນື່ອງໃນໂອກາດສະເຫຼີມສະຫຼອງການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ຄົບຮອບ 30 ປີ; ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ຈັດພິທີປູກຕົ້ນໄມ້ເພື່ອສະເຫຼີມສະຫຼອງການຮ່ວມມືດັ່ງກ່າວຂຶ້ນໃນວັນທີ 14 ພຶດສະພາ ຜ່ານມາ ທີ່ຫ້ອງການປະສານງານ REDD ລາວ – ເກົາຫຼີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກປ, ທ່ານ ຈອງຢອງຊູ (JUNG Yung Soo) ເອກອັກຄະລັດຖະທູດ ແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍແລະ ເຂົ້າຮ່ວມ.
ທ່ານ ລິນຄໍາ ດວງສະຫວັນ ກ່າວວ່າ: ການປູກຕົ້ນໄມ່ຮ່ວມກັນລະຫວ່າງ ກະຊວງ ກປ ແລະ ສະຖານທູດແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ ໃນຄັ້ງນີ້ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍຄວາມສໍາຄັນໃນການສະເຫຼີມສະຫຼອງສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ, ແລະ ເປັນສັນຍາລັກແຫ່ງການເສີມຂະຫຍາຍການຮ່ວມມືຂອງສອງປະເທດ, ໂດຍສະເພາະການຮ່ວມມືໃນຂົງເຂດວຽກງານກະສິກໍາ ແລະ ປ່າໄມ້ ໃຫ້ເຕີບໃຫຍ່ຂະຫຍາຍຕົວ; ໃນນັ້ນ, ຍັງເປັນການປະກອບສ່ວນໃນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ທີ່ຈະມາເຖິງນີ້ເພື່ອເປັນການປູກຈິດສໍານຶກໃຫ້ປວງຊົນ ໂດຍສະເພາະໄວໜຸ່ມເຫັນໄດ້ຄວາມສໍາຄັນຂອງການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ປ່າໄມ້, ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ ກາຍເປັນທ່າແຮງ ແລະ ອົງປະກອບສໍາຄັນໃນໂຄງປະກອບເສດຖະກິດແຫ່ງຊາດ.
ໂອກາດັ່ງກ່າວ, ທ່ານ ລິນຄໍາ ດວງສະຫວັນ ແລະ ທ່ານ ຈອງຢອງຊູ ໄດ້ປູກຕົ້ນໄມ້ ແລະ ເປີດປ້າຍຫີນສີລາລຶກແລະ ທ່ຽວຊົມສວນພຶກສາສາດອີກດ້ວຍ.





