ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີປູກຕົ້ນໄມ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ມຊ ຄົບຮອບ 30 ປີ, ວັນເດັກນ້ອຍສາກົນ (1 ມິຖຸນາ) ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໃນວັນທີ 1 ມິຖຸນາ 2026 ຢູ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີ-ຮອງລັດຖະມົນຕີ, ການນໍາຂັ້ນສູງ, ບັນດາກະຊວງ, ພ້ອມດ້ວຍພະນັກງານຄູ-ອາຈານ, ນັກສຶກສາ- ເຍົາວະຊົນເຂົ້າຮ່ວມ.

ໃນພິທີ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ ໄດ້ກ່າວວ່າ: ປ່າໄມ້ມີບົດບາດສໍາຄັນຕໍ່ຊີວິດຂອງມວນມະນຸດ, ປ່າໄມ້ບໍ່ພຽງແຕ່ເປັນ “ປອດຂອງໂລກ” ເທົ່ານັ້ນ, ແຕ່ຫາກຍັງເປັນແຫລ່ງຊັບພະຍາກອນອັນລໍ້າຄ່າທີ່ສະໜອງນໍ້າ, ດິນທີ່ອຸດົມສົມບູນ, ຊີວະນາໆພັນ, ອາກາດທີ່ສະອາດ, ວັດຖຸດິບ ແລະ ຜະລິດຕະພັນປ່າໄມ້, ທັງເປັນບ່ອນສ້າງອາຊີບ ແລະ ລາຍຮັບໃຫ້ປະຊາຊົນລາວບັນດາເຜົ່າ. ພັກ ແລະ ລັດຖະບານໄດ້ກຳນົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບວັນເດັກນ້ອຍສາກົນ. ຄວາມໝາຍອັນເລິກເຊິ່ງຂອງວັນດັ່ງກ່າວ ແມ່ນການເຊື່ອມໂຍງລະຫວ່າງອະນາຄົດຂອງຊາດ ກັບອະນາຄົດຂອງທຳມະຊາດ, ການທີ່ເດັກນ້ອຍ ແລະ ເຍົາວະຊົນ ຊຶ່ງປຽບເໝືອນ “ດອກໄມ້ຂອງຊາດ” ໄດ້ຮັບການປູກຝັງໃຫ້ມີຈິດໃຈຮັກຕົ້ນໄມ້-ປ່າໄມ້ ຕັ້ງແຕ່ນ້ອຍນັ້ນ ກໍຄື ການລົງທຶນແບບຍືນຍົງ ເພື່ອຮັກສາ “ຄໍາຂຽວຂອງຊາດ” ໃຫ້ຍືນຍົງ ຕາມຄໍາສອນຂອງ ປະທານ ໄກສອນ ພົມວິຫານ.

ການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້, ເພື່ອສະຫຼອງວັນປູກໄມ້ແຫ່ງຊາດ ຄົບຮອບ 46 ປີ ເພື່ອລະດົມກໍາລັງໃຈຂອງພະນັກງານຄູ-ອາຈານ ແລະ ນັກສຶກສາ ໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການປູກ ແລະ ບຳລຸງຮັກສາຕົ້ນໄມ້, ຟື້ນຟູປ່າ ແລະ ປົກປັກຮັກສາສິ່ງແວດລ້ອມ; ເພື່ອປັບປຸງ-ສ້າງສະ ພາບແວດລ້ອມໃນພື້ນທີ່ນີ້ໃຫ້ມີຄວາມຊຸ່ມຊື່ນ, ຂຽວສົດໃສ ເພື່ອກະກຽມໃຫ້ການສ້າງອະນຸສອນສະຖານປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າສໍານັກງານ ມຊ; ເພື່ອເປັນການປະກອບສ່ວນສ້າງຂະບວນການໃຫ້ມີບັນຍາກາດ ເພື່ອຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ທີ່ຈະຈັດຂຶ້ນໃນທ້າຍປີນີ້. ຊັບພະຍາກອນປ່າໄມ້ໃນປະເທດເຮົາ ໂດຍທົ່ວໄປແມ່ນຍັງຜະເຊີນກັບສິ່ງທ້າທາຍ ເປັນຕົ້ນ ບັນຫາການຫັນປ່ຽນທີ່ດິນປ່າໄມ້, ການຖາງປ່າເຮັດໄຮ່, ໄຟໄໝ້ລາມປ່າ, ການລັກລອບຕັດໄມ້ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ຊຶ່ງບັນດາຂະແໜງການຕ່າງໆ ຂອງລັດຈະຕ້ອງໄດ້ຮ່ວມກັນແກ້ໄຂຢ່າງຈິງຈັງ ແລະ ຮີບດ່ວນ. ມຊ ພ້ອມທີ່ຈະເປັນສູນກາງໃນການຄົ້ນຄວ້າ, ຖ່າຍທອດອົງຄວາມຮູ້ກ່ຽວກັບການອະນຸລັກ ແລະ ການນໍາໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ, ພ້ອມທັງສົ່ງເສີມໃຫ້ນັກສຶກສາມີສ່ວນຮ່ວມໃນການປູກຈິດສໍານຶກສູ່ສັງຄົມ.
ມຊ ມີວິໄສທັດທີ່ວ່າ: ກາຍເປັນສູນການສຶກສາ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳມາດຕະຖານພາກພື້ນ ແລະ ສາກົນ. ປັດຈຸບັນ ມຊ ມີ 13 ຄະນະວິຊາ, 2 ສະຖາບັນ, ມີພະນັກງານຄູ-ອາຈານທັງໝົດ 1.432 ທ່ານ, ມີນັກສຶກສາ 14.564 ຄົນ, ມີຫຼັກສູດທັງໝົດ 263 ຫຼັກ ສູດ. ໃນນັ້ນ, ຫຼັກສູດປະລິນຍາເອກ 14 ຫຼັກສູດ, ຫຼັກສູດປະລິນຍາໂທ 74 ຫຼັກສູດ ແລະ ມີຫຼັກສູດນານາຊາດ ມີ 4 ຫຼັກສູດ. ປີ 2026 ນີ້, ເປັນປີຄົບຮອບ 30 ປີຂອງການສ້າງຕັ້ງ ມຊ. ສະນັ້ນ, ຈຶ່ງໄດ້ກະກຽມຈັດງານສະເຫຼີມສະຫຼອງຄັ້ງໃຫຍ່, ບັນດາຄະນະວິຊາ ແລະ ສະຖາບັນພວມຮ່ວມແຮງຮ່ວມໃຈກັນຈັດຕັ້ງກິດຈະກຳທີ່ຫຼາກຫຼາຍ ລວມທັງກິດຈະກໍາວິຊາການ ແລະ ກິດຈະກຳນອກຫຼັກສູດຢ່າງເປັນຂະບວນຟົດຟື້ນ.
ຈາກນັ້ນ, ທ່ານປະທານປະເທດ ພ້ອມດ້ວຍພັນລະຍາ ກໍໄດ້ໃຫ້ກຽດນໍາພາປູກຕົ້ນໄມ້ ເພື່ອເປັນສິລິມຸງຄຸນໃຫ້ພິທີໃນຄັ້ງນີ້.
ຂ່າວ-ພາບ: ວັນເພັງ


