ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປູກຜັກສະອາດຂາຍເປັນສີນຄ້າ ສາມາດສ້າງລາຍຮັບ 120 ລ້ານກີບຕໍ່ປີ

Nov 8, 2024

ຍ້ອນເຫັນໄດ້ເຖີງ ຄວາມຕ້ອງການບໍລິໂພກພືດຜັກປອດສານຜິດ ຂອງທຸກຄົນໃນສັງຄົມເພີ່ມຂື້ນ ທ່ານ ນາງ ຕັ້ງ ສີລິກຸນ ຢູ່ບ້ານລ້ອງອໍ້ເມືອງຊຽງເງີນ ຈື່ງຖືເອົາການປູກພືດຜັກປອດສານຜິດ ເປັນອາຊີບຕົ້ນຕໍເຊີ່ງເລີ້ມແຕ່ປີ 2010 ເປັນຕົ້ນມາ ໄດ້ເຮັດສວນຢູ່ແຄມນ້ຳຄານ ໃນເນື້ອທີ່ເຄີ່ງເຮັກຕ່າ ໂດຍສຸມໃສ່ປູກພືດປະເພດເປັນເຄືອ ເຊັ່ນ: ໝາກນອຍລ່ຽມ, ໝາກນອຍງູ, ໝາກແຕງ, ໝາກຖົ່ວຍາວ ແລະອື່ນໆ ເຊີ່ງປີໜື່ງສາມາດປູກໄດ້ 3-4 ຊຸດ.
ທ່ານ ນາງ ຕັ້ງ ສີລິກຸນ ໄດ້ໃຫ້ສຳພາດວ່າ: ການປູກພືດຜັກປອດສານຜິດ ແມ່ນເປັນຜົນດີຕໍ່ສຸຂະພາບນັບທັງຜູ້ຜະລິດ ແລະຜູ້ບໍລິ ໂພກ, ຍ້ອນການນຳໃຊ້ຝຸ່ນ ແລະປຸຍ ໄດ້ນຳໃຊ້ວັດຖຸດີບຈາກນຳມະຊາດ ຜະລິດເປັນຝຸ່ນບົ່ມ ແລະນ້ຳສະກັດຊີວະພາບ, ເມື່ອກ່ອນການປູກພືດຜັກ ໄດ້ເຮັດແບບທຳມະ ຊາດບໍ່ມີເຕັກນິກ ເຮັດໃຫ້ບໍ່ໄດ້ຮັບຜົນຜະລິດດີ ມາເຖີງປີ 2011 ໄດ້ມີໂຄງການຊ່ວຍສະໜັບສະໜູນ ດ້ານທືນຮອນ, ອຸປະກອນ, ແນວພັນ ແລະຈັດຝຶກອົບຮົມດ້ານເຕັກ ນິກ ເຮັດໃຫ້ການປູກພືດຜັກປອດສານຜິດ ເລີ້ມໄດ້ຮັບຜົນຜະລິດດີ ທັງສາມາດສ້າງລາຍຮັບໄດ້ດີ ເຫັນໄດ້ຈາກຄວາມຕ້ອງການຂອງຕະຫຼາດແມ່ນນັບມື້ເພີ່ມຂື້ນ, ຜົນຜະລິດທີ່ເກັບກ່ຽວໃນແຕ່ລະຊຸດ ສາມາດຂາຍຢູ່ຕະຫຼາດກະສິກຳອີນຊີ ພະແນກກະສິ ກຳ ແລະ ປ່າໄມ້ແຂວງ ແລະສວນສາທາລະນະລ້ານຊ້າງ ໄດ້ດີ, ທັງມີແມ່ຄ້າມາຊື້ກັບສວນ ແລະໄດ້ສົ່ງຂາຍຕາມໂຮງແຮມ-ຮ້ານອາຫານ ພາຍໃນ ນະຄອນ ຫຼວງພະບາງ ຕື່ມອີກ, ປີຜ່ານມາສາມາດຂາຍພືດຜັກທີ່ຜະລິດໄດ້ປະມານ 120 ລ້ານກີບ.
ທ່ານ ນາງ ຕັ້ງ ສີລິກຸນ ກ່າວຕື່ມວ່າ: ນັບແຕ່ມີໂຄງການເຂົ້າຊ່ວຍຊຸກຍູ້ການປູກພືດຜັກ ໄດ້ມີການຂະຫຍາຍສະມາຊິກກຸ່ມຜະລິດເພີ່ມຂື້ນ ປັດຈຸບັນມີສະມາຊິກກຸ່ມຜະລິດຈຳນວນ 35 ຄອບຄົວ ເພື່ອຕອບສະໜອງພືດຜັກປອດສານຜິດ ໃຫ້ພຽງພໍກັບການຕ້ອງການຂອງຕະຫຼາດ ແລະຜູ້ບໍລິໂພກໃນສັງຄົມ ຈະສືບຕໍ່ປຸກລະດົມຊາວສວນ ໃຫ້ຫັນມາປູກພືດຜັກປອດສານຜິດຫຼາຍຂື້ນ.