ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປູກພືດຜັກເປັນສິນຄ້າ ເຮັດໃຫ້ຖາານະຄອບຄົວດີຂຶ້ນ

Mar 3, 2025

ຄອບຄົວ ທ່ານ ສົມຈັນ ພົງມະສານ ຮອງຫົວໜ້າກຸ່ມປູກພືດຜັກ(ໝາກເຜັດ) ເປັນສິນຄ້າ ບ້ານຫ້ວຍແຫ່, ເມືອງ ສຸຂຸມາ ແຂວງຈຳປາສັກ ໄດ້ຮັບການຍ້ອງຍໍສັນລະເສີນຈາກອົງການປົກຄອງເມືອງວ່່າ ເປັນຄອບຄົວຕົວແບບດີເດັ່ນທີ່ມີລາຍຮັບຈາກການປູກພືດຜັກເປັນສິນຄ້າ ເຮັດໃຫ້ຖານະຄອບຄົວດີຂື້ນ.
ທ່ານ ສົມຈັນ ພົງມະສານໃຫ້ສຳພາດວ່າ: ໂດຍໄດ້ຮັບການຊິ້ນຳໆພາຂອງອົງຄະນະພັກເມືອງສຸຂຸມາ,ພະແນກກະສິກຳ – ປ່າໄມ້ແຂວງ,ຫ້ອງການກະສິກຳ – ປ່າໄມ້ເມືອງ ວ່າດ້ວຍການຜະລິດກະສິກຳເປັນສິນຄ້າ ຂອງປະຊົນບ້ານຫ້ວຍແຫ່;ດັ່ງນັ້ນ ຄອບຄົວ ທ່ານ ສົມຈັນ ພົງມະສານຈິ່ງເຂົ້າເປັນ ສະມາຊິກກູ່ມປູກພືດຜັກ ເປັນສິນຄ້າໃນ ປີ 2015-2016 ຕາມການນຳພາຂອງພັກ ແລະ ລັດ ຂັ້ນເທິງ.ຮ່ວມກັບປະຊາຊົນຄອບຄົວອື່ນໆ ຈຳນວນ 15 ຄອບຄົວ. ໃນເບື້ອງຕົ້ນປູກພືດຜັກຢູ່ໃນເນື້ອທີື່ 1,5 ໄລ່ ແລະ ມີເຮືອນຮົ່ມປູກພືດຜັກ 2 ຫລັງ, ເນື້ອທີ່ທຳການຜະລິດເປັນ 4 ຮຕ.ງ; ຕົກມາຮອດປີ 2024, ມີສະມາຊິກເພິ່ມຂຶ້້ນເປັນ 41 ຄອບຄົວ ໃນຈຳນວນ 2 ກຸ່ມຄື, ກ່ມຜະລິດພືດຜັກ ແລະ ກູ່ມຜະລິດໝາກເຜັດ ເປັນສິນຄ້າ ,ມີເນື້ອທີື່ 18,9 ເຮັກຕາ, ມີເຮືອນຮົ່ມປູກພືດຜັກ 3 ຫຼັງ ແລະ ໃນປີ 2024 ທັງສອງກູ່ມແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຈຳນວນ 41.000 ໂດລາສະຫະລັດ ເທົ່າກັບ 905 ລ້ານກວ່າກີບ. ເພື່ອສ້າງເປັນກອງທຶນຂອງກຸ່ມ ເຮັດໃຫ້ກູ່ມສາມາດຜະລິດພືດຜັກໄດ້ທັງໝົດ 54 ໂຕນ ສ້າງລາຍຮັບໄດ້ 1.500 ລ້ານກີບ, ມີພືດຜັກຂາຍສົ່ງເຂົົ້າຕະຫລາດເພີ່ມເປັນ 03 ຈຸດຄື: ຕະຫຼາດເມືອງ ສຸຂຸມາ, ຕະຫຼາດດອນຕະລາດ, ຕະຫຼາດດາວເຮືອງ ແລະ ສາມາດເລີ່ມມີໜໍ່ແໜງເບື້ອງຕົ້ນໃນການສົ່ງໝາກເຜັດອອກຕ່າງປະເທດໄດ້ຈຳນວນໜຶ່ງ ຄື: ສົ່ງໄປ ບັນດາປະເທດ ສະຫະພາບ ເອີຣົບ (ອີຢ 1.500 ກິໂລຕໍ່ປີ (ໂດຍຜ່ານບໍລິສັດ ລິບວິງເຟດ ສຳນັກງານຕັ້ງຢູ່ເມືອງ ປາກຊ່ອງ ໃນການຈັດສົ່ງ ແລະ ກວດກາມາດຕາຖານຕ່າງໆກ່ອນສົ່ງອອກ), ຊະນິດພືດຜັກ ທີ່ນໍາເອົາມາປູກກໍ່ມີຫລາກຫຼາຍຊະນິດເພີ່ມຂຶ້ນ ເປັນຕົ້ນແມ່ນ: ໝາກເຜັດ, ຖົ່ວດິນ, ໝາກແຕງ, ສາລີຫວານ, ຖົ່ວຝັກຍາວ, ໝາກເຂືອ, ພືດຜັກກິນໃບ ແລະ ອື່ນໆ.
ໃນປະຈຸບັນມີຈໍານວນຄອບຄົວ ປູກພືດຜັດເປັນສິນຄ້າທັງໝົດ 41 ຄອບຄົວ, ມີເນື່ອທີທໍາການຜະລິດ 18,9 ຮຕ ມີເຮືອນຮົມປູກຜືດຜັກຈໍານວນ 3 ຫຼັງ,ປູກພືດຜັກໄດ້ທັງລະດູແລ້ງ ແລະ ລະດູຝົນ ສາມາດຕອບສະໜອງຜົນຜະລິດຂອງພືດແຕ່ລະຊະນິດທີ່ປູກໄດ້ ຄື: ໝາກເຜັດໄດ້ 48.300 ກິໂລ/ລະດູແລ້ງ, ໝາກແຕງ 18.900 ກິໂລ, ໝາກຖົ່ວຝັກຍາວ 15.600 ກິໂລ, ສາລີຫວານ 57.400 ກິໂລ, ໝາກເຂືອ 15.200 ກິໂລ, ຖົ່ວດິນ 9.450 ກິໂລ ແລະ ພືດຜັກກິນໃບ 1.900 ກິໂລ. ສຳລັບ ໝາກເຜັດແມ່ນໄດ້ຮັບການຢັ້ງຢືນມາດຕະຖານກະສິກໍາທີ່ດີ (GAP) ແລ້ວ ຈາກກົມປູກຝັງໃນປີ 2024.
ຈາກການຜະລິດດັ່ງກ່າວ ສາມາດສ້າງລາຍຮັບໃຫ້ຄອບຄົວໜື່ງ ສະເລ່ຍ ປະມານ 10 ລ້ານ ກີບຕໍ່ເດືອນ ຫຼື ເທົ່າກັບ 120 ລ້ານກີບຕໍ່ປີ; ສະນັ້ນ ກຸ່ມປູກພືດຜັກເປັນສິນຄ້າຂອງພວກເຮົາ ທຽບໃສ່ເມື່ອກ່ອນແມ່ນດີຂຶ້ນຫລາຍ ເຮັດໃຫ້ຊີວິດການເປັນຢູ່ ເບືົ້ອງຕົົ້ນຈາກ ຄອບຄົວທຸກຍາກຂາດເຂີນ ກາຍເປັນຄອບຄົວມີຢູ່ມີກິນ ແລະ ມີເງິນ ສະສົມໄວ້ໃນຍາມມີຄວາມຈໍາເປັນ, ສາມາດຫຼຸດພົົ້ນຈາກຄອບຄົວທຸກກຍາກໄດ້ ກາຍເປັນຄອບຄົວມີຢູ່ມີກິນ ບາງຄອບຄົວໃນເມື່ອກ່ອນມີພຽງລົດ ຈັກຂີ່ ແຕ່ປະຈຸບັນມີຮອດລົດຮຸ່ນໄດ, ລົດກະບະ ໄວ້ຂີ່ສົ່ງສິນຄ້າອອກຕະຫລາດ ແລະ ອືື່ນໆ.
ສໍາລັບທິດທາງໃນຕໍ່ໜ້າຈະໄດ້ນໍາໃຊ້ເຕັກນິກວິຊາການຍົກສູງປະສິດທິພາບ ແລະ ສະມັດຕະພາບຜົນຜະລິດໃຫ້ຫລາຍຂື້ນ, ຂະຫຍາຍເນື້ອທີື່ປູກທີື່ມີແລ້ວເພີົ້ມຂື້ນໃຫ້ໄດ້ບໍ່ຫຼູດ 10 ຮຕ ແລະ ຂະຫຍາຍສະມາຊິກໃຫ້ໄດ້ບໍ່ຫຼຸດ 50 ຄອບຄົວ ສະມາຊິກພາຍໃນບ້ານຫັນມາປູກພືດຜັກເປັນສິຄ້າ ໃຫ້ໄດ້ 50% ເພືື່ອໃຫ້ໄດ້ມາດຖານກາຍເປັນບ້ານກະສິກໍາສະອາດ ແລະ ພັດທະນາການຫຸ້ມຫໍ່ຜົນຜະລິດກະສິກໍາສະອາດ,ເປັນສິນຄ້າ ໂອດອບ ໃຫ້ມີຄຸນນະພາບ ໄດ້ມາດຕະຖານ ຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ.
CR:ເກດສະໜາ
May be an image of 1 person and text that says 'ಜಜಾವರಿ อสล LNR OR0 Matianal Racio ปูภพิดผัทเป้มสืมถ้า ผัภ ถ้า เร้ดให้ตามะลอบล๊วกินิ้ม ใช้ อั้ม พื้มที่โฉสะมา ตัดต์้: : 021 021-212435 - 212 435 020 5552 2693 020 5545 02055450509 0509 កណ TELECOM 5G Lao Digital Life'