ທ່ານ ພູທອນ ເພັດຊົມພູ, ອາຍຸ 59 ປີ, ອາຊີບ ເຮັດນາ ຢູ່ບ້ານຍາງຄໍ້າ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ປະກອບຄໍາເຫັນ ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ໄຊບູລີ, ຄັ້ງທີ VIII ເມື່ອບໍ່ດົນມານີ້ ວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 05 ຄົນ, ຍິງ 02 ຄົນ, ແຮງງານຕົ້ນຕໍ 02 ຄົນ, ໃນເມືອກ່ອນຄອບຄົວຂ້າພະເຈົ້າໄດ້ມີອາຊີບເຮັດນາເປັນຫຼັກ, ຄອບຄົວມີຄວາມຫຍຸ້ງຍາກລຳບາກ. ເຊິ່ງໂຮງງານນໍ້າຕານໄດ້ມາສ້າງຕັ້ງ ໃນປີ 2007 ແລະ ເລີ່ມຜະລິດນໍ້າຕານໃນປີ 2008 ແຕ່ກໍ່ບໍ່ໄດ້ມີຄວາມຄິດຈະປູກອ້ອຍ.
ມາຮອດປີ 2017 ໄດ້ປຶກສາ ແລະ ຕັດສິນໃຈກັບຄອບຄົວ ເລີ່ມປູກອ້ອຍ ໂດຍນໍາໃຊ້ດິນຂອງຄອບຄົວ ໃນເນື້ອທ່ີທັງໝົດ 05 ເຮັກຕາ, ຈາກນນັ້ນກໍ່ໄດ້ເອົາໃຈໃສ່ບົວລະບັດຮັກສາ ແລະ ປະຕິບັດຕາມເຕັກນິກວິຊາການທີ່ໂຮງງານງານໄດ້ສົ່ງເສີມ, ຈົນເຮັດໃຫ້ການຕັດອ້ອຍ ປີທຳອິດມີຜົນກຳໄລ, ເມື່ອເຫັນໄດ້ແນວນັ້ນ, ຈຶ່ງໄດ້ມີການຂະຫຍາຍເນື້ອທີ່ຕື່ມອີກ ເພີ່ມເປັນ 12 ເຮັກຕາ ໃນປີ 2019
ມາຮອດປີ 2024 ສາມາດຂະຫຍາຍເນື້ອທີ່ປູກເປັນ 33 ເຮັກຕາ, ເຊິ່ງມີທັງດິນເຈົ້າຂອງ ແລະ ເຊົ່າພື້ນທີ່ປູກ. ໃນການປູກອ້ອຍສາມາດສ້າງລາຍຮັບໃຫ້ຄອບຄົວ ລວມເປັນເງິນ 2.339.000.000 ກີບ ນັບແຕ່ເລີ່ມປູກຈົນຮອດປະຈຸບັນ.
ສະເພາະໃນປີ 2025 ນີ້ ຄາດຄະເນລາຍຮັບຈາກການຕັດອ້ອຍຈະໄດ້ປະມານ 800.000.000 ກີບ.
ຈາກລາຍຮັບດັ່ງກ່າວເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂື້ນເປັນກ້າວໆ ແລະ ຕົນເອງກໍ່ເປັນຄົນປະຢັດ ມັດທະຍັດ ໃຊ້ຈ່າຍຢ່າງສົມເຫດສົມຜົນ ຈິ່ງເຮັດໃຫ້ຄອບຄົວຂອງຂ້າພະເຈົ້າສາມາດສ້າງເຮືອນໄດ້ 01 ຫຼັງ, ຊື້ລົດໃຫຍ່ແກ່ອ້ອຍໄດ້ 02 ຄັນ, ລົດໄຖໃຫຍ່ 02 ຄັນ, ລົດກະບະ 01 ຄັນ ແລະ ຍັງມີເງິນຝາກໃນບັນຊີທະນາຄານອີກຈໍານວນໜຶ່ງ.
ທ່ານ ພູທອນ ເພັດຊົມພູ ໃຫ້ຮູ້ຕື່ມວ່າ: ຢາກເຮັດໃຫ້ການປູກອ້ອຍ 2+3 ໄດ້ຮັບຜົນສໍາເລັດ ຊາວສວນຕ້ອງໄດ້ມີຄວາມດຸໝັ່ນຂະ ຫຍັນພຽນ ໂດຍຄຳນຶງເຖິງຫຼາຍປັດໃຈເຊັ່ນວ່າ: ດິນປູກຕ້ອງເປັນດິນດີ (ດິນດົງ, ດິນເລົ່າ), ຕ້ອງໄດ້ເອົາໃຈໃສ່ເບິ່ງແຍງຮັກສາ ແລະ ການບໍລິຫານຈັດການຕ່າງໆ, ສ່ວນທຶນ ແລະ ປັດໃຈການຜະລິດ, ເຕັກນິກ, ຕະຫຼາດ ແມ່ນໂຮງງານເປັນຜູ້ຮັບຜິດຊອບ. ນອກນັ້ນ, ໂຮງງານຍັງມີນະໂຍບາຍອອກເງິນຊື້ລົດບັນທຸກອ້ອຍ ໃຫ້ຊາວສວນດ້ວຍດອກເບ້ຍຕໍາ່ນໍາອີກ.
ພາບ-ຂ່າວ: ສີດາ ໄຊຍະມຸງຄຸນ






