ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປ່ອຍປາ ລົງແມ່ນໍ້າເຊໂດນ ເພື່ອຂະຫຍາຍພັນປາ ແລະສະເຫຼີມສະຫຼອງວັນອະນຸລັກສັດນໍ້າ -ສັດປ່າ 13 ກໍລະກົດ.

Jul 11, 2025

ໃນວັນທີ 10 ກໍລະກົດ 2025, ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ຮ່ວມກັບອົງການປົກຄອງນະຄອນປາກເຊ ແລະ ອພສ ແຂວງ ໄດ້ຈັດພີທີປ່ອຍປາຂຶ້ນ
ເພື່ອສະເຫຼີມສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ, ພິທີຈັດຂຶ້ນຢູ່ທີ່ ທ່າວັດຫຼວງນະຄອນປາກເຊ (ວັງສະຫງວນຂອງແຂວງ) ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ , ພະອາຈານ ມະຫາສຸວັນ ຈັນທະຣາຊ ປະທານ ອພສ ແຂວງ, ທ່ານ ສຸກວິໃສ ສີສົມຫວັງ ວ່າການເຈົ້ານະຄອນປາກເຊ, ທ່ານ ຄຳ ນິລາວົງ ວ່າການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີການນຳແຂວງ-ນະຄອນປາກເຊ. ພະແນກການ, ກົມກອງອ້ອມຂ້າງ, ນັກທຸລະກິດ ຜູ້ປະກອບການທັງພາກລັດ ແລະ ເອກກະຊົນ, ພະນັກງານ, ຕະຫຼອດຮອດປະຊາຊົນຊາວນະຄອນປາກເຊເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພີທີຄັ້ງນີ້ ທ່ານ ສຸກວິໃສ ສີສົມຫັວງ ວ່າການເຈົ້ານະຄອນປາກເຊ. ກໍ່ໄດ້ລາຍງານການກະກຽມການປ່ອຍປາລົງສູ່ວັງສະຫງວນແມ່ນໍ້າເຊໂດນ ໃນປີ 2025. ເຊິ່ງປາທີ່ນໍາມາປ່ອຍໃນຄັ້ງນີ້ມີທັງໜົດ 2 ແສນ 5 ໝື່ນໂຕ ທັງນີ້ກໍ່ເພື່ອເປັນການອະນຸລັກຮັກສາ ແລະ ຂະຫຍາຍປາໃຫ້ອອກແມ່ແຜ່ລູກ, ປູກຈິດສຳນຶກໃຫ້ທຸກໆພາກສ່ວນຂອງສັງຄົມໃຫ້ມີສ່ວນຮ່ວມໃນການປົກປັກຮັກສາ, ນໍາໃຊ້ສັດນໍ້າໃຫ້ຍືນຍົງຕະຫຼອດໄປ. ເຮັດໃຫ້ວັງສະຫງວນດັ່ງກ່າວກາຍເປັນແຫຼ່ງທ່ອງທ່ຽວເພື່ອສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມວັດຫຼວງ ຕິດພັນກັບການໂຜດສັດປ່ອຍປາ ໃຫ້ເປັນກິດຈະກຳທຳບຸນ ຕິດພັນກັບການທ່ອງທ່ຽວໃນອະນາຄົດ.
ໃນໂອກາດນີ້ໄດ້ດຳເນີນພິທີກຳທາງສາສະໜາ ໂຜດສັດປ່ອຍປາ ແລະ ເປີດປ້າຍວັງສະຫງວນ. ຈາກນັ້ນ ທ່ານ ອາລຸນໄຊ ສູນທະລາດ ເຈົ້າແຂວງ ຈຳປາສັກພ້ອມດ້ວຍການນໍາຂອງແຂວງ, ນະຄອນ, ພະແນກະສິກຳ ແລະ ປ່າໄມ້ ແຂວງ ແລະ ແຂກທີ່ເຂົ້າຮ່ວມກໍ່ໄດ້ຮ່ວມກັນປ່ອຍປາລົງສູ່ວັງສະຫງວນແມ່ນໍ້າເຊໂດນ ທີ່ທ່າວັດຫຼວງຢ່າງເປັນຂະບວນ
ເຊິ່ງປາທີ່ນໍາມາປ່ອຍແມ່ນປະເພດປາປາກ, ປາກິນຫຍ້າ ແລະ ອື່ນໆ .
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ