ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜະລິດກາເຟຂີ້ເຫງັນເປັນສິນຄ້າ ຈົນກາຍເປັນຕົວແບບດີເດັ່ນຂອງເມືອງປາກຊ່ອງ

Feb 7, 2025

ທ່ານ ເພັດ ສຸລິຍາ ປະຊາຊົນບ້ານຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກໃຫ້ສຳພາດວ່າ: ຄອບຄົວຂອງຕົນຜະລິດກາເຟຂີ້ເຫງັນນັບແຕ່ປີ 2015 ເປັນຕົ້ນມາ ເຖິງປະຈຸບັນກາເຟຂີ້ເຫງັນຍັງເປັນທີ່ຕ້ອງການຂອງນັກດື່ມຄໍກາເຟທັງຫຼາຍ ກໍຄືຜູ້ບໍລິໂພກ ພາຍໃນ ແລະ ຕ່າງປະເທດ.
ໃນປີ 2015. ທ່ານ ເພັດ ສຸລິຍາ ມີເຫງັນ 1 ໂຕ ລ້ຽງແບບລອງຜິດລອງຖືກ ດ້ວຍຄວາມດຸໝັ່ນ,ຮັກມັກໃນອາຊີບ.ຊຶ່ງລ້ຽງເຫງັນໄວ້ ແລ້ວ ເອົາກາເຟໃຫ້ກິນ ຈາກນັ້ນກໍເອົາຂີ້ເຫງັນໄປຕາກແດດ,ແຍກເອົາແຕ່ສ່ວນທີ່ເປັນໝາກກາເຟຕາກແດດແຫ້ງແລ້ວ ເອົາ ໄປໝັກ ແລະຜ່ານຂະບວນການຕ່າງໆ ໂດຍໃຊ້ເວລາ 6 ເດືອນ ຈິ່ງສາມາດນຳໄປຈຳໜ່າຍ ຫຼືບໍລິການ ໃຫ້ລູກຄ້າໄດ້ບໍລິ ໂພກ.
ລາຄາເມື່ອກ່ອນ ປີ 2015 ຂາຍຈອກລະ 30.000 ກີບ, ກິໂລລະ 1 ລ້ານກີບ. ປີ 2017 -2018 ກິໂລລະ 3 ລ້ານກີບ.ປີ 2025 ກິໂລລະ 5 ລ້ານກີບ.ປັດຈຸບັນ ຄອບຄົວທ່ານ ເພັດ ມີເຫງັນ ລ້ຽງໄວ້ເພື່ອຜະລິດກາເຟຂີ້ເຫັງນ ຈຳນວນ 68 ໂຕ,ມີກາເຟຂີ້ເວັນກຽມສົ່ງຂາຍແລ້ວ 500 ກິໂລ, ສ່ວນລຸກຄ້າທີ່ຊື້ກາເຟຂີ້ເຫງັນກໍມີທັງ ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ຈາກປະເທດ ຍີ່ປຸ່ນ.
ນັບແຕ່ນໍາພາຄອບຄົວຜະລິດກາເຟຂີ້ເຫັງນເປັນຕົ້ນມາ ມີລາຍຮັບກພໄລບໍ່ຕໍ່າກ່ວາ 700 ລ້ານກີບຕໍ່ປີ.ເຮັດໃຫ້ຖານະຄອບ ຄົວຂອງທ່ານ ເພັດ ສຸລິຍາ ດີຂື້ນເປັນກ້າວໆ ເຊັ່ນ:ມີລົດ, ມີເຮືອນຢູ່ຖາວອນ,ມີທຶນການສຶກສາໃຫ້ລູກ,ມີທຶນຂະຫຍາຍກິດ ຈະການໃຫ້ຫຼາຍຂຶ້ນ ເຊັ່ນ:ຈຳນວນເຫງັນ,ຄອກລ້ຽງເຫງັນ,ໂຮງຕາກກາເຟ, ເຄື່ອງຂົ້ວກາເຟ,ບົດກາເຟ,ສິ່ງອຳນວຍຄວາມສະດວກໃນຄອບຄົວ ແລະການບໍລິການລູກຄ້າພາຍໃນຮ້ານກາເຟຕື່ມອີກ.
ປັດຈຸບັນກາເຟຂີ້ເຫງັນເປັນຕ້ອງການຂອງຜູ້ບໍລິໂພກ ກໍ່ຄືຕະ ຫຼາດພາຍໃນ ແລະ ຕ່າງປະເທດ ດັ່ງນັ້ນຈິ່ງເປັນແຮງບັນດານໃຈໃຫ້ຄອບຄົວທ່ານ ເພັດສຸລິຍາ ສືບຕໍ່ການຜະລິດກາເຟຂີ້ເຫງັນໃຫ້ເພີ່ມຂຶ້ນຈົນກ່ວາຈະພຽງພໍກັບຄວາມຕ້ອງການຂອງລູກຄ້າ.
Cr: ເກດສະໜາ