ຜູ້ຕ້ອງສົງໄສສັນຊາດຈີນໃນຄະດີການຫຼອກລວງທາງໂທລະຄົມ 2.876 ຄົນ ຖືກສົ່ງຄືນປະເທດຈີນ

ເມື່ອບໍ່ດົນມານີ້, ຜູ້ຕ້ອງສົງໄສສັນຊາດຈີນ 2.255 ຄົນໃນຄະດີການຫຼອກລວງທາງໂທລະຄົມທີ່ເມຍວາດີ, ປະເທດມຽນມາ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດຈີນຄຸມຕົວຜ່ານປະເທດໄທສົ່ງຄືນປະເທດຈີນ. ນັບແຕ່ວັນທີ 20 ກຸມພາປີນີ້ ເປັນຕົ້ນມາ, ຈີນ, ມຽນ ມາ ແລະ ໄທ ໄດ້ຮ່ວມມືກັນໃນການຄຸມຕົວຜູ້ຕ້ອງສົງໄສໃນຄະດີຫຼອກລວງທາງໂທລະຄົມທີ່ເມຍວາດີ, ປະເທດມຽນມາກັບຄືນປະເທດຈີນ ໄດ້ທັງໝົດ 2.876 ຄົນ.
ນັບແຕ່ປີນີ້ເປັນຕົ້ນມາ, ເຈົ້າໜ້າທີ່ຕຳຫຼວດຂອງຈີນ, ມຽນມາ ແລະ ໄທ ໄດ້ລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດວຽກງານຢູ່ພື້ນທີ່ທີ່ນໍາໃຊ້ເພື່ອຫຼອກລວງທາງໂທລະຄົມໃນເຂດເມຍວາດີຂອມຽນມາ ຢ່າງເຂັ້ມງວດທີ່ສຸດ.
ທີ່ມາ: CMG


