ໃນຕອນບ່າຍຂອງວັນທີ 9 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ ປີ 2024 ພາຍໃຕ້ຄໍາຂວັນ: ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ເປັນປະທານກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ (ASEAN-Business Advisory Council).
ກອງປະຊຸມພົບປະ ລະຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງນີ້ ໄດ້ຮັບຊາບ ກ່ຽວກັບການຈັດຕັ້ງປະຕິບັດແຜນບູລິມະສິດຂອງພາກທຸລະກິດ ໃນປີ 2024 ຄື: ການຫັນເປັນດິຈິຕອນ, ການພັດທະນາທີ່ຍືນຍົງ, ຄວາມເຂັ້ມແຂງດ້ານສຸຂະພາບ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ, ການເຊື່ອມຈອດ ແລະ ຕ່ອງໂສ້ການສະໜອງ ໂດຍສະເພາະ ການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດໃນການຊຸກຍູ້ ແລະ ສົ່ງເສີມໃຫ້ການພັດທະນາເສດຖະກິດຂອງພາກພື້ນ ໃຫ້ມີຄວາມເຂັ້ມແຂງ, ມີຄວາມສາມາດແຂ່ງຂັນສູງ ແລະ ມີການເຊື່ອມໂຍງ-ເຊື່ອມຈອດດ້ານເສດຖະກິດທີ່ເຂັ້ມແຂງ ກັບພາກພື້ນອື່ນໃນໂລກ. ກອງປະຊຸມ ເຫັນວ່າ ອາຊຽນຄວນເພີ່ມທະວີການຮ່ວມມືກັນລະຫວ່າງພາກລັດກັບພາກທຸລະກິດ ໂດຍສະເພາະການຮ່ວມມືກັນເພື່ອຊອກຫາຊ່ອງທາງໃນການແກ້ໄຂສິ່ງທ້າທາຍຕ່າງໆ ເພື່ອຫຼຸດຜ່ອນສິ່ງກີດຂວາງທາງດ້ານການຄ້າ ໂດຍໝູນໃຊ້ກາລະໂອກາດໃນການຫັນເປັນດິຈິຕອນ ເພື່ອໃຫ້ພາກທຸລະກິດສາມາດດໍາເນີນທຸລະກິດຕ່າງໆ ຢ່າງມີປະສິດທິພາບ, ມີຄຸນນະພາບ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ພາກພື້ນໂດຍລວມ.
ໂອກາດນີ້, ກອງປະຊຸມໄດ້ຊຸກຍູ້ໃຫ້ຄະນະສະພາທີ່ປຶກສາທຸລະກິດອາຊຽນ ສືບຕໍ່ປະສານສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງຂອງອາຊຽນ ເພື່ອຈັດຕັ້ງປະຕິບັດແຜນບູລິມະສິດຂອງຂະແໜງທຸລະກິດ ໃຫ້ກາຍເປັນແຜນປະຕິບັດງານຂອງສະພາທີ່ປຶກສາທຸລະກິດອາຊຽນ ແລະ ເພີ່ມທະວີປະສິດທິຜົນຂອງກົນໄກການປະສານງານລະຫວ່າງພາກລັດ ແລະ ພາກທຸລະກິດ, ແນໃສ່ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ແກ່ການຄ້າ ແລະ ການລົງທຶນໃນອາຊຽນໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນ.



