ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

Jul 22, 2025

ໃນວັນທີ 21 ກໍລະກົດ 2025 ນີ້, ທ່ານ ພົນເອກ ຊົງວິດ ໜຸນພັກດີ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ, ໂດຍການຕ້ອນຮັບຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ພ້ອມດ້ວຍຄະນະ.
ພາຍຫລັງສຳເລັດພິທີຕ້ອນຮັບທາງການ, ສອງຝ່າຍໄດ້ພົບປະແລກປ່ຽນຕີລາຄາຄືນສະພາບວຽກງານ ເຊິ່ງກັນ ແລະ ກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ເພີ່ມທະວີຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ແລະ ເສີມສ້າງສາຍພົວພັນຮ່ວມມືທາງດ້ານເສດຖະກິດທີ່ດີຕະຫຼອດຮອດການ ເພີ່ມທະວີການຮ່ວມມື ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບໄທ, ໂດຍສະເພາະການຮ່ວມມື ຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນ ມີຄວາມສະຫງົບສຸກ ໂດຍພື້ນຖານ, ເປັນຕົ້ນການແກ້ໄຂບັນຫາຢາເສບຕິດ, ບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ເປັນໜໍ່ແໜງໃນການກໍ່ຄວາມບໍ່ສະຫງົບ, ສ້າງກົນໄກເຂົ້າໃນຂົງເຂດວຽກງານກະສິກຳ ປູກຟັງ-ລ້ຽງສັດ ລະຫວ່າງ ສອງກອງທັບ ໃຫ້ເກີດດອກອອກຜົນ ແລະ ພ້ອມດຽວກັນນັ້ນ ກໍຕ້ອງຮັກສາມູນເຊື້ອການໄປ-ມາຫາສູ່່ ຢ່າງເປັນປົກະຕິ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ນອກຈາກນັ້ນ ສອງຝ່າຍ ຍັງເຫັນດີເປັນເອກະພາບ ສືບຕໍ່ຮ່ວມມື ໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ, ການແລກປ່ຽນ ດ້ານການແພດ, ສິລະປະ-ວັດທະນະທຳ ແລະ ກິລາ ແລະ ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ .
ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ຂອງ ທ່ານ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ຄັ້ງນີ້ ໄດ້ເຂົ້າວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ (ດາວແດງ) ຕື່ມອີກ.
ຂ່າວ: ໜັງສືພິມກອງທັບ