ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ບໍລິຫານການສຶກສາທົ່ວປະເທດ ຮ່ວມກັນປຶກສາຫາລືເພື່ອຍົກສູງຄຸນນະພາບການສຶກສາຂອງລາວ

Feb 7, 2025

ຜູ້ບໍລິຫານການສຶກສາທົ່ວປະເທດ ຮ່ວມກັນປຶກສາຫາລືເພື່ອຍົກສູງຄຸນນະພາບການສຶກສາຂອງລາວ
ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເປັນປະທານ ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2024 ຈັດຂຶ້ນໃນວັນທີ 6 ມັງກອນ ຜ່ານມານີ້ ທີ່ສູນຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ພຸດ ສິມມາລາວົງ ໃຫ້ຮູ້ວ່າ: ຕະຫຼອດ 1 ປີ ຜ່ານມາ, ການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນ ສາມາດແກ້ໄຂບັນຫາການຂາດຄູໂດຍການໃຫ້ເງິນອຸດໜູນແກ່ຄູອາສາສະໝັກ, ຝຶກອົບຮົມຄູປະຈຳການ, ອັດຕາເຂົ້າຮຽນການສຶກສາກ່ອນໄວຮຽນເພີ່ມຂຶ້ນ, ສະໜອງເບັ້ຍລ້ຽງນັກຮຽນທີ່ທຸກຍາກ, ຂະຫຍາຍວຽກງານວິຊາຊີບເຂົ້າໃນໂຮງຮຽນສາມັນສຶກສາ, ຈັດການແຂ່ງຂັນກິລານັກຮຽນ, ກິລາປະເພດຕ່າງ ແລະ ເຂົ້າຮ່ວມແຂ່ງຂັນທັງພາກພື້ນ ແລະ ສາກົນ, ວຽກງານການຄົ້ນຄວ້າວິທະຍາສາດ ແລະ ນຳໃຊ້ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເປັນຮູບປະທຳຂຶ້ນ, ສະພາວິທະຍາສາດແຫ່ງຊາດໄດ້ເຄື່ອນໄຫວຕາມພາລະບົດບາດ.
ຢ່າງໃດກໍຕາມ, ການດຳເນີນວຽກງານການສຶກສາ ໄດ້ພົບກັບບົດທົດສອບທ້າ ທາຍຫຼາຍສົມຄວນ ເປັນຕົ້ນແມ່ນສະພາບການຂາດຄູຢູ່ຫຼາຍທ້ອງຖິ່ນ, ສະພາບການເຂົ້າຮຽນຕໍ່າ, ການປະລະການຮຽນຂອງນັກຮຽນສູງ, ລວມທັງສະ ພາບການປະລະຂອງຄູ, ຄົນບໍ່ຢາກຮຽນຄູ, ຄວາມຮຽກຮ້ອງຈາກສັງຄົມໃນການປັບປຸງຄຸນນະພາບການສຶກສາໃນທຸກຊັ້ນສາຍມີທ່າອ່ຽງເພີ່ມຂຶ້ນ,
ພ້ອມດຽວກັນນີ້, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາຢາເສບຕິດ ແລະ ນະໂຍບາຍຂອງປະເທດມະຫາອຳນາດ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ການດຳເນີນວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໃນຂອບ ເຂດທົ່ວປະເທດ.
ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ ຄົ້ນຄວ້າ ລົງເລິກຕີລາຄາ ຕໍ່ບັນດາມາດຕະການຕ່າງໆ ໃນໄລຍະຜ່ານມາ ແລະ ເອກະພາບກັນບັນດາມາດຕະການແກ້ໄຂໃນຕໍ່ໜ້າ, ແນໃສ່ພາຍຫຼັງກອງປະຊຸມຄັ້ງນີ້ ແຕ່ລະພາກສ່ວນທັງຢູ່ສູນກາງ ແລະ ທ້ອງຖິ່ນ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ໃນສະພາບຈຸດພິເສດຂອງຕົນເອງ ຊຶ່ງປະກອບມີຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ ຮັບຟັງການລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດແຜນວຽກບຸລິມະສິດ ປະຈໍາປີ 2024 ແລະ ທິດແຜນການ ປະຈໍາປີ 2025 ຂອງກະ ຊວງ (ຂະແໜງການຍ່ອຍ) ແລະ ລາຍງານການປະເມີນຄາດໝາຍຂອງ 40 ເມືອງ 3 ສ້າງ.
ລວມເຖີງລາຍງານການຈັດຕັ້ງປະຕິບັດຍຸດທະສາດ ແລະ ວຽກຈຸດສຸມຂອງແຜນ 5 ປີ ຄັ້ງທີ IX (2021-2025) ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັັດມະຕິ ປະຈຳປີ 2023; ສະເໜີກ່ຽວກັບມາດຕະການໃນການແກ້ໄຂການປະລະການສອນຂອງຄູ; ລາຍງານກ່ຽວກັບງົບປະມານ ປີ 2024 ແລະ ແຜນງົບປະມານປີ 2025; ສະເໜີທິດທາງໃນການປັບປຸງຄຸນນະພາບການສອນຫ້ອງຄວບ; ສະເໜີກ່ຽວກັບທິດທາງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ກິລາ; ຍຸດທະສາດການພັດທະນາຊັບພະຍາກອນມະນຸດ; ສະເໜີທິດທາງໃນການຫັນປ່ຽນລະບົບການສຶກສາສາຍສາມັນ (6+3+3); ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານການສຶກສາພາກເອກະຊົນ ແລະ ອື່ນໆ.
Cr. ບົວລະພາ