ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພົບປະເຮັດວຽກກັບ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກກອມູນິດຫວຽດນາມ

Dec 4, 2024

ໂດຍປະຕິບັດຕາມບົດບັນທຶກຂອງການນຳຂັ້ນສູງລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດ ຫວຽດນາມ ປະຈຳ 2024, ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 03-06 ທັນວາ 2024.
ໃນຕອນຂອງເຊົ້າວັນທີ 3 ທັນວາ 2024 ທີ່ສຳນັກງານສູນ ກາງພັກກອມມູນິດ ຫວຽດນາມ, ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນ ກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ພົບປະທາງການກັບສະຫາຍ ເຈີນເກີ້ມຕູ່, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ປະ ທານຄະນະກວດກາສູນກາງພັກ,​ ສະຫາຍ ບຸນທອງ ຈິດມະນີ ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ສະຫາຍ ເຈີ້ນເກີ້ມຕູ່ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ອັນສະໜິດສະໜົມ; ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເຈີນເກິ້ມຕູ່ ທີ່ໄດ້ຮັບການໄວ້ເນື້ອເຊື່ອໃຈຈາກກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ແຕ່ງຕັ້ງໃຫ້ເປັນຜູ້ປະຈຳການ ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ຄົນໃໝ່ ແລະ ສະແດງຄວາມເຊື່ອໝັ້ນດ້ວຍບົດຮຽນ, ປະສົບການອັນອຸດົມສົມບູນຂອງສະຫາຍ ເຈີນເກີ້ມຕູ່ ຈະສາມາດຍາດໄດ້ຜົນສຳເລັດອັນໃໝ່ໃນຕຳແໜ່ງອັນຊົງກຽດຂອງຕົນ; ໄດ້​ແຈ້ງໃຫ້ຊາບກ່ຽວກັບສະ ພາບການພົ້ນເດັ່ນພາຍໃນຂອງລາວ; ຕີ​ລາ​ຄາ​ສູງ​ຕໍ່​ ແລະ ຊົມ ເຊີຍຕໍ່ບັນດາຜົນສໍາເລັດຮອບດ້ານທີ່ປະຊາຊົນ ຫວຽດນາມ ອ້າຍນ້ອງຍາດມາໄດ້ໃນພາລະກິດປ່ຽນແປງໃໝ່ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ອັນໄດ້​ເຮັດ​ໃຫ້​ ສສ ຫວຽດ​ນາມ ມີສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​​ຢ່າງ​ໜັກແໜ້ນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ເສດ​ຖະ​ກິດ​ມີ​ການ​ຂະ​ຫຍາຍ​ຕົວ​ດ້ວຍ​ຈັງຫວະສູງ​ ແລະ ຕໍ່​ເນື່ອງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ​ໄດ້ຮັບການປັບປຸງ​​ດີ​ຂຶ້ນ, ການ​ພົວ​ພັນ​ຮ່ວມ​ມື ແລະ ເຊື່ອມໂຍງ​ສາກົນ​ ສືບຕໍ່ໄດ້​ຮັບ​ການ​ເປີດກວ້າງ, ບົດ​ບາດ​ອິດ​ທິ​ພົນ​ຂອງ ພັກ​ ແລະ ລັດ ຫວຽດ​ນາມ ນັບ​ມື້​ນັບ​ສູງ​ເດັ່ນ​ຂຶ້ນ​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ອັນມີສະຫາຍ ເລຂາທິການໃຫຍ່ ໂຕເລີມ ເປັນຜູ້ນໍາໜ້ານັ້ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ ຫຼວງກວ່າເກົ່າ ໃນການປະຕິ ບັດມະຕິກອງປະຊຸມໃຫຍ່ ສະໄໝທີ XIII ຂອງພັກໄດ້ຢ່າງມີໄຊ ເພື່ອຫັນປະເທດເປັນອຸດສາຫະກໍາ ຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ; ສະແດງຄວາມພາກພູມໃຈທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ສະແດງອອກ ສອງຝ່າຍໄດ້ມີການແລກປ່ຽນການນຳເຂົ້າສູງຢ່າງເປັນປະຈຳ, ການຈັດຕັ້ງຜັນຂະຫຍາຍຂອງບົດບັນທຶກຂອງການນໍາຂັ້ນສູງ ແລະ ຂໍ້ຕົກລົງຂອງສອງລັດຖະບານສືບຕໍ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ, ສະແດງຄວາມຍິນດີຮ່ວມ ກັບ ສະຫາຍ ຫວຽດນາມ ສືບຕໍ່ຕິດຕາມຊຸກຍູ້ ການຈັດຕັ້ງຜັນຂະຫຍາຍບັນດາບົດບັນທຶກຂອງການນຳຂັ້ນສູງຂອງສອງພັກ.
ສະຫາຍ ເຈີນເກິ້ມຕູ່ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສສ ຫວຽດນາມ ຂອງຄະນະໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ຫວຽດນາມ- ລາວ ໃຫ້ນັບມື້ໄດ້ຮັບການພັດທະນາຂື້ນສູ່ລະດັບໃໝ່; ສະແດງຄວາມພາກພູມໃຈທີ່ໄດ້ພົບປະເຮັດ ວຽກກັບສະຫາຍ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະໃນຄັ້ງນີ້, ສະແດງຄວາມຂອບໃຈຕໍ່ຄຳອວຍພອນຂອງສະຫາຍ ບຸນທອງ ຈິດມະນີ ຕໍ່ໜ້າທີ່ຕຳແໜ່ງໃໝ່ຂອງຕົນ; ເນື່ອງໃນໂອກາດວັນຊາດແຫ່ງ ສປປ ລາວ ຫາກໍຜ່ານພົ້ນໄປບໍ່ດົນ ຂໍສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງຮອບດ້ານທີ່ ສປປ ລາວ ຍາດມາໄດ້ຕະຫລອດໄລຍະ 49 ປີຜ່ານມາ, ອັນໄດ້ເຮັດໃຫ້ສປປ ລາວ ມີສະຖຽນລະພາບ ທາງການດ້ານເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດ ຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂື້ນເປັນກ້າວໆ, ບົດບາດ ແລະ ອິດທິພົນຂອງ ສປປ ລາວ ນັບມື້ນັບສູງເດັ່ນຂື້ນໃນເວທີພາກ ພື້ນ ແລະ ໃນໂລກ; ຕີລາຄາສູງຕໍ່ຜົນສໍາເລັດຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກ. ການພົວພັນທາງດ້ານການເມືອງ ສືບຕໍ່ໄດ້ຮັບການເພີ່ມທະວີ, ການ ຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ຢ່າງມີໝາກຜົນ, ການຮ່ວມມືດ້ານເສດຖະກິດ, ວັດທະນະ ທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ມີບາດກ້າວປ່ຽນແປງໃໝ່ທີ່ຕັ້ງໜ້າ; ໃນສະພາບການພາກພື້ນສາກົນຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກໃນປະຈຸບັນ, ສອງປະເທດຍິ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ຢ່າງສະໜິດແໜ້ນນຳກັນ, ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ; ສະແດງຄວາມຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນ ກໍາລັງແຮງອັນໃຫຍ່ຫລວງຂອງ ສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ.
ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມ ດ້ວຍ ຄະນະຍັງຈະໄດ້ພົບປະເຮັດວຽກກັບ ສະຫາຍ ເລມິງຮືງ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເພື່ອແລກປ່ຽນບົດຮຽນດ້ານຕ່າງໆກັນນຳ ໂດຍສະເພາະແມ່ນ ກ່ຽວກັບ ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ລາວ ໃນຕໍ່ໜ້າ. ສອງຝ່າຍໄດ້ມີການແລກປ່ຽນບົດຮຽນນຳກັນຢ່າງກົງໄປກົງມາ ບົນຈິດໃຈຖານສະຫາຍອ້າຍນ້ອງ ແລະ ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ສະໜິດສະໜົມ.