ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໃຫ້ທິດຊີ້ນຳສຳຄັນຕໍ່ຄະນະບໍລິຫານງານພັກແຂວງວຽງຈັນຊຸດໃໝ່.

Oct 16, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII, ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນເຊົ້າວັນທີ 16 ຕຸລາ 2025 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ.
ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ໃຫ້ທິດຊີ້ນຳສຳຄັນຕໍ່ຄະນະບໍລິຫານງານພັກແຂວງວຽງຈັນຊຸດໃໝ່ ຕ້ອງອີງໃສ່ການຫັນແນວທາງປ່ຽນແປງໃໝ່, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ບົນພື້ນຖານການເສີມຂະຫຍາຍຜົນງານ ແລະ ບົດຮຽນທີ່ມີແລ້ວນັ້ນ ໃຫ້ເຂົ້າສູ່ລວງເລິກຕື່ມອີກ, ບົນຈິດໃຈ “ ຍຶດໝັ້ນ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ໄປຄຽງຄູ່ກັບການສຶບຕໍ່ບຸກທະລຸ 4 ດ້ານ ໃຫ້ເປັນຈິງ ແລະ ມີຂະບວນການທີ່ພົ້ນເດັ່ນ, ປັບປຸງຍົກສູງຄວາມສາມາດນຳພາຂອງພັກ, ຍົກສູງຄວາມສາມາດການບໍລິຫານລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໄປຕາມກົດໝາຍຢ່າງເຂັ້ມງວດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ສ້າງສັງຄົມໃຫ້ມີຄວາມສາມັກຄີປອງດອງ ແລະ ຍຸຕິທຳ.
May be an image of dais and text May be an image of dais and text
ຮອດປີ 2030 ຕ້ອງເຮັດໃຫ້ລະບົບການເມືອງ-ການປົກຄອງຢູ່ແຂວງວຽງຈັນສືບຕໍ່ມີສະຖຽນລະພາບ ແລະ ເຂັ້ມແຂງ, ລວມຍອດຜະລິດຕະພັນພາຍໃນຂອງແຂວງສະເລ່ຍຕໍ່ຫົວຄົນໃຫ້ເພີ່ມຂຶ້ນໃນແຕ່ລະປີ, ເຮັດໃຫ້ບັນດາໂຄງການເສດຖະກິດ ທີ່ເປັນທ່າແຮງປາຍແຫຼມຍຸດທະສາດຂອງແຂວງໄດ້ຮັບການພັດທະນາຢ່າງມີຈຸດສຸມ ຕາມທິດສີຂຽວຍືນຍົງ, ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ” ຕາມທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນການນໍາພາ-ຊີ້ນໍາ ຂອງທົ່ວອົງຄະນະພັກແຂວງວຽງຈັນ ໃນ 5 ປີຕໍ່ໜ້າ ຊຶ່ງໄດ້ກໍານົດໄວ້ຢ່າງຈະແຈ້ງແລ້ວໃນລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງນີ້.
No photo description available.
ພາບ-ຂ່າວ : ພູເງິນ ບົວທອງ