ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫລວງນ້ຳທາ ມອບເຂົ້າສານ 134 ໂຕນ ໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງສິງ ເພື່ອນຳໄປແຈກຢາຍ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ຢູ່ອາໄສ, ເນື້ອທີ່ນາ ແລະ ໄຮ່ ເພື່ອໃຫ້ປະຊາຊົນ ມີກຳລັງໃຈໃນການສ້າງສາພັດທະນາ ເສດຖະກິດຄອບຄົວ ແລະ ເພື່ອສ້າງຄອບຄົວຂອງຕົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ.
ພິທີມອບ-ຮັບເຂົ້າສານດັ່ງກ່າວ ຈັດຂຶ້ນໃນວັນທີ 7 ມັງກອນ 2025 ທີ່ເມືອງສິງ ແຂວງຫລວງນ້ຳທາ ຕາງໜ້າມອບໂດຍ ທ່ານ ຄຳເລົາ ແກ້ວລະກຳ ຫົວໜ້າ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫລວງນ້ຳທາ ແລະ ຕາງໜ້າຮັບໂດຍທ່ານ ສົມລິດ ພອນປະເສີດ ຮອງເຈົ້າເມືອງໆສິງ. ເຂົ້າສານຈຳນວນດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫລືອ ຈາກຄັງແຮ ອາຊຽນ ບວກ 3.
ໂອກາດນີ້, ທ່ານ ສົມລິດ ພອນປະເສີດ ຕາງໜ້າໃຫ້ປະຊາຊົນເມືອງສິງ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມກ່າວສະແດງຄວາມຂອບໃຈ, ຮູ້ບຸນຄຸນ ຕໍ່ການນຳພັກ-ລັດ ແຕ່ລະຂັ້ນ ທີ່ໃຫ້ການຊ່ວຍເຫລືອປະຊາຊົນເມືອງສິງ ຕະຫລອດມາ ແລະ ຈະນຳເອົາແນວທາງຂອງການນຳພັກ-ລັດ ປະກອບສ່ວນ, ປຸກລະດົມ ໃນການສ້າງສາພັດທະນາເສດຖະກິດ ຂອງພໍ່ແມ່ປະຊາຊົນ ເພື່ອເຮັດໃຫ້ປະຊາຊົນມີຢູ່, ມີກິນ ຈົນກາຍເປັນຄອບຄົວຕົວແບບໃນການພັດທະນາ ໃນອະນາຄົດ.
ໂອກາດດຽວກັນນີ້, ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫລວງນ້ຳທາ ຍັງໄດ້ມອບເງິນສົດ 10,8 ລ້ານກີບ ໃຫ້ຜູ້ປະສົບໄພນ້ຳຖ້ວມ, ຄອບຄົວເຮືອນໄຫລນ້ຳ, ດິນເຈື່ອນທັບເຮືອນເສຍຫາຍໝົດຫລັງຕື່ມອີກ.
ຂ່າວ: ອັກສອນ




