ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ປະສົບໄພນໍ້າຖ້ວມແຂວງຫຼວງນໍ້າທາ ໄດ້ຮັບເຂົ້າສານ 100 ກວ່າໂຕນ

Sep 27, 2024

ໃນຕອນເຊົ້າວັນທີ 26 ກັນຍາ 2024, ອົງການກາແດງແຫ່ງຊາດລາວ, ອົງການອາຫານໂລກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະນຳແຂວງຫຼວງນໍ້າທາ ແລະ ອົງການກາແດງແຂວງ ໄດ້ລົງແຈກຢາຍເຂົ້າສານຈ້າວ ໃຫ້ປະຊາຊົນທີ່ປະສົບໄພນໍ້າຖ້ວມ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ. ການຊ່ວຍເຫຼືອເຂົ້າສຸກເສີນໃຫ້ແກ່ ພໍ່ແມ່ ປະຊາຊົນ 20 ບ້ານ ຂອງ ເມືອງນາແລ ແລະ ເມືອງ ຫຼວງນໍ້າທາ, ມີທັງໝົດ 2.909 ຄອບຄົວ, ປະຊາຊົນໄດ້ຮັບຜົນປະໂຫຍດ 14.343 ຄົນ ຍິງ 6.979 ຄົນ. ໃນນັ້ນເມືອງນາແລ ມີ 4 ບ້ານ, 283 ຄອບຄົວ, ຈໍານວນພົນ 1.586 ຄົນ ຍິງ 781 ຄົນ ແລະ ເມືອງຫຼວງນໍ້າທາ ມີ 16 ບ້ານ, 2.626 ຄອບຄົວ, ມີ ພົນລະເມືອງ 12.757 ຄົນ ຍິງ 6.198 ຄົນ. ເຂົ້າສານຈ້າວທີ່ນຳມາຊ່ວຍເຫຼືອຄັ້ງນີ້ ມີທັງໝົດ 100 ກວ່າໂຕນໄດ້ຈາກການຊ່ວຍເຫຼືອຂອງອົງການອາຫານໂລກ, ການແຈກຢາຍຄັ້ງນີ້ ໂດຍຜ່ານການເກັບກຳຂໍ້ມູນປະຊາກອນທີ່ມີໜ້າຕົວຈິງໃນຄອບຄົວ ຊຶ່ງ 1 ຄົນ ຈະໄດ້ຮັບເຂົ້າ 7 ກິໂລ.
ຂ່າວ-ພາບ: ກາແດງແຫ່ງຊາດລາວ