ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້​ມີ​ຊື່​ສຽງ​ທາງ​ອິນ​ເຕີ​ເນັດຈາກ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຮ່ວມ​ກັນແລກ​ປ່ຽນ​ທັດ​ສະ​ນະ​ຕໍ່ “ສະ​ພາບຄວາມ​ທັນ​ສະ​ໄໝ”

Dec 5, 2024

ວັນ​ທີ 2 ທັນ​ວາ​ນີ້, ບັນ​ດາ​ຜູ້​ມີ​ຊື່​ສຽງ​ທາງ​ອິນ​ເຕີ​ເນັດຈາກ​ປະ​ເທດ​ອາ​ຊຽນ​ທີ່​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນເຂົ້າ​ໃຈ​ຈີນ 2024 ຕາມ​ຄຳ​ເຊີນ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG ໂດຍ​ໄດ້​ແບ່ງ​ປັນ​ພາບ​ແຫ່ງ​ຄວາມ​ປະ​ທັບ​ໃຈ​ຂອງ​ຕົນ​ຕໍ່​ຈີນແລະ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ.
ທ່ານ ສັງ​ຂານ ຈຸມ​ຄຳ​ພັນ ອະ​ດີດ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ​ເຄີຍ​ໄດ້​ເຮັດ​ວຽກ​ຢູ່​ຈີນ​ເປັນ​ເວ​ລາ 5 ປີ. ລາວ​ມີ​​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຂະ​ບວນ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ຈີນ,ລາວ​ເວົ້າ​ວ່າ “ປະເທດຈີນໃຊ້ເວລາພຽງແຕ່ປະມານ 40 ປີກໍທັນລະດັບການພັດທະນາຂອງປະເທດຝ່າຍຕາເວັນຕົກທີ່ພັດທະນາມາເປັນເວລາ 200 ກວ່າປີແລ້ວ, ປັດຈຸບັນ ຈີນແມ່ນມີຄວາມທັນສະໄໝຫຼາຍກວ່າປະເທດເຫຼົ່ານີ້ໃນບາງຂົງເຂດ. ເລື່ອງນີ້ພິສູດໃຫ້ເຫັນວ່າ ຈີນ ແລະ ປະຊາຊົນຈີນໄດ້ເລືອກເສັ້ນທາງທີ່ຖືກຕ້ອງພາຍໃຕ້ການນໍາພາຂອງພັກກອມມູນິດຈີນ. ຂ້າພະເຈົ້າຍັງຂໍຍ້ອງຍໍເປັນພິເສດວ່າ ຈີນບໍ່ເຄີຍລືມການອະນຸລັກສິ່ງແວດລ້ອມຈັກເທື່ອ ພ້ອມທັງໄດ້ມີບົດບາດອັນຕັ້ງໜ້າໃນຂອບເຂດທົ່ວໂລກ.”
ທ້າວ ອິ​ຊາ ຈຸ​ບິວ ຜູ້​ມີ​ຊື່​ສຽງ​ທາງ​ອິນ​ເຕີ​ເນັດ ຄົນ​ມາ​ເລ​ເຊຍ​ທີ່​ຕັ້ງ​ຊື່​ຊ່ອງ​ຕ່າງໆ​ຂອງ​ຕົນ​ວ່າ “ຫົວ​ຜັກ​ກາດ​ແດງ” ໄດ້ເວົ້າ​ວ່າ: “ຈີນ​ໄດ້​ຫັນ​ຈາກ​ສູນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ແຫ່ງ​ໜຶ່ງ​ກາຍ​ເປັນ​ຜູ້​ນຳ​ໜ້າ​ໃນ​ຂົງ​ເຂດ​ການ​ຄ້າ​ສາ​ກົນ, ການ​ເງິນ ​ແລະ ​ການ​ຕ່າງ​ປະ​ເທດ.”
ທ້າວ​ອາງ ຕີ​ຮາ ຜູ້​ມີ​ຊື່​ສຽງ​ທາງ​ອິນ​ເຕີ​ເນັດ ຊາວ​ມຽນ​ມາ​ທີ່​ມັກ​ເຜີຍ​ແຜ່​ຄິບ​ດ້ານການ​ທ່ອງ​ທ່ຽວ​​ໄດ້​ກ່າວ​ວ່າ: ລາວເຄີຍ​ໄດ້​ໄປ​ທຽວ​ມາຫຼາຍ​ປະ​ເທດ,ແຕ່​​ໄດ້​ສຳ​ຜັດ​ປະ​ສົບ​ການ​ດ້ານ​ຄວາມ​ປອດ​ໄພແລະ​ຄວາມ​ທັນ​ສະ​ໄໝ​ຂ້ອນ​ຂ້າງ​ໜ້ອຍ,​ແຕ່​ເມື່ອ​ທຽບ​ກັບ​ຈີນ​ແລ້ວ ຊ້ຳ​ພັດ​ເປັນໜຶ່ງ​ໃນ​ສະ​ຖານ​ທີ່​ມີ​ຄວາມ​ປອດ​ໄພ​ແລະ​ທັນ​ສະ​ໄໝຫຼາຍ. ລາວ​ເວົ້າ​ວ່າ: ​ໃນ​ມຸມມອງ​ຂອງ​ຂ້ອຍ​ເອງ​ແລ້ວ, ລົດ​​ໄຟ​ຟ້າ​ທີ່​ດີ​ທີ່​ສຸດ​ໃນ​ໂລກແມ່ນ​ມາ​ຈາກ​ຈີນ.
ທ້າວ ໂຈ​ອີ ຄາ​ປີ​ຊັນ​ດາ ຜູ້​ມີ​ຊື່​ສຽງ​ທາງ​ອິນ​ເຕີ​ເນັດ​ຟີ​ລິບ​ປິນທີ່​ເຄີຍ​​ຈົບ​ການສຶກ​ສາ​ຈາກ​ມະ​ຫາ​ວິ​ທະ​ຍາ​​ໄລພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ທຶນ​​ການ​ສຶກ​ສາຈາກ​ນັກ​ວິ​ສາ​ຫະ​ກິດ​ຊາວ​ຈີ​ນ​ຢູ່​ຟີ​ລິບ​ປິນ, ລາວ​ເວົ້າ​ວ່າ ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນສິ່ງ​ມະ​ຫັດ​ສະ​ຈັນ​ດ້ານ​ການ​ກໍ່​ສ້າງ​ຂອງ​ຈີນ, ຈີນ​ໃນ​ສາຍ​ຕາ​ຂອງ​ລາວ​ກໍ່​ຄື​ສະ​ພາບ​ແຫ່ງ​ຄວາມ​ທັນ​ສະ​ໄໝ: “ຢູ່​​ຈີນປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ປະ​ຊາ​ຊົນ​​ສາ​ມາດຕັດ​ສິນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ​ເອງ​ໄດ້. ​ຢູ່​ຈີນ​ມີ​ແນວ​ຄິດ​ການ​ບໍ​ລິ​ຫານ​ປະ​ເທດ​ທີ່​ຖື​ຄົນ​ເປັນ​ກົກ ​ແລະ​ ມີການ​ນຳ​ທີ່​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ຜາ​ສຸກແລະ​ອະ​ນາ​ຄົດ​ຂອງ​ປະ​ຊ​າ​ຊົນ.”
ທີ່ມາ: CMG