ໃນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ວັນທີ 22 ກຸມພາ 2026 ນີ້ ໄດ້ດໍາເນີນໄປຢ່າງເປັນຂະບວນຄຶກຄື້ນ, ປະຊາຊົນຜູ້ມີສິດເລືອກຕັ້ງທັງຍິງ ແລະ ຊາຍນັບແຕ່ອາຍຸ 18 ປີຂຶ້ນໄປໄດ້ເອົາໃຈໃສ່ປະຕິບັດພັນທະ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ ດ້ວຍຄວາມເປັນເຈົ້າການ ເພື່ອນໍາໃຊ້ສິດປະຊາທິປະໄຕຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໃນການເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າໃນອົງການນິຕິບັນຍັດ ໂດຍສະເພາະ ແມ່ນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ.

ສະເພາະ ໜ່ວຍເລືອກຕັ້ງທີ 59 ບ້ານ ໂນນສະຫວັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ບັນດາຜູ້ມີສິດເລືອກຕັ້ງກໍໄດ້ໄປໃຊ້ສິດຂອງຕົນຢ່າງເປັນຂະບວນຄືກຄື້ນ ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍພັນລະຍາ ແລະ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີການນຳຂັ້ນເມືອງ, ອໍານາດການປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມປ່ອນບັດຢູ່ໜ່ວຍເລືອກຕັ້ງດັ່ງກ່າວ ເພື່ອເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດ ເຂົ້າໄປເປັນຕົວແທນແຫ່ງສິດຜົນປະ ໂຫຍດຂອງປະຊາຊົນ ໃນສະພາຢ່າງແທ້ຈິງ.

ທ່ານ ສະໄຫວ ສີຫາລາດ ເລຂາພັກ, ນາຍບ້ານໂນນສະຫວັນ ເມືອງໄຊເສດຖາ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານໂນນສະຫວັນ ເປັນໜ່ວຍເລືອກຕັ້ງທີ 59 ມີພົນລະເມືອງ ທັງໝົດ 1.240 ຄົນ, ຍິງ 658 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງທີ່ມີອາຍຸແຕ່ 18 ປີ ຂຶ້ນໄປ ຈໍານວນ 832 ຄົນ, ຍິງ 490 ຄົນ. ພ້ອມທັງທ່ານກໍໄດ້ເຊີນຊວນພົນລະເມືອງລາວບັນດາເຜົ່າຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມໃຈກັນອອກມາໃຊ້ສິດໃຊ້ສຽງຂອງຕົນເພື່ອ ຄັດເລືອກ, ລົງຄະນແນນສຽງເອົາຜູ້ທີ່ຕົນມັກ, ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຄົບຖ້ວນຕາມມາດຖານເງື່ອນໄຂທີ່ວາງໄວ້.
ຂ່າວ: ສຸກທະວີ
ພາບ: ມາລິດາ


