ຜູ້ລະເມີດຈອດລົດບໍ່ຖືກລະບຽບຢູ່ເຂດປະຕູໄຊ ຈະຖືກປັບໄໝເລີ່ມ 25 ກຸມພາເປັນຕົ້ນໄປ

ພັທ ຄໍາພູ ສົມແພງພັນ, ຮອງຫົວໜ້າພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະ ຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 12 ກຸມພາ 2025 ວ່າ: ໃນໄລຍະທີ່ມີການໂຄສະນາເພື່ອໃຫ້ຜູ້ປະກອບການລົດຂົນສົ່ງ, ບໍລິ ການນັກທ່ອງທ່ຽວ, ລວມເຖິງຊາວຄ້າຂາຍ ແລະ ປະຊາຊົນທົ່ວ ໄປຮັບຮູ້ກ່ຽວກັບການລະບຽບຕ່າງໆ ໃນການຈອດລົດຮັບ-ສົ່ງນັກທ່ອງທ່ຽວຢູ່ເຂດປະຕູໄຊ ເຫັນວ່າທຸກພາກສ່ວນໃຫ້ການຮ່ວມມື ແລະ ເຂົ້າໃຈລະບຽບດ້ານດີສົມຄວນ ໂດຍສະເພາະຜູ້ຂັບລົດເມ ແລະ ລົດຕູ້ຂົນສົ່ງຕ່າງໆ.
ຢ່າງໃດກໍຕາມ, ຍັງມີຈໍານວນໜຶ່ງ ໂດຍສະເພາະຊາວຂາຍໄດ້ນໍາເອົາລົດສາມລໍ້ ແລະ ຊາເລັ້ງ ມາຈອດຢູ່ແຄມທາງ ຫລື ທາງຄົນຍ່າງ ເພື່ອຂາຍເຄື່ອງ ເຊິ່ງບໍ່ຖືກຕ້ອງຕາມລະບຽບ, ຂາດຄວາມເປັນລະບຽບຮຽບຮ້ອຍ ແລະ ຜິດຕໍ່ແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ວາງອອກ.
ດັ່ງນັ້ນ, ເລີ່ມວັນທີ 25 ກຸມພາ 2025 ເປັນຕົ້ນໄປ ຖ້າຫາກມີການລະເມີດ ມາຈອດຢູ່ເຂດປະຕູໄຊບໍ່ຖືກຕ້ອງ, ເຈົ້າໜ້າທີ່ກ່ຽວຂ້ອງຈະໃຊ້ມາດຕະການປັບໃໝຕາມຄວາມເໝາະສົມ.
ໃນນັ້ນ ລົດເມ ຈະປັບໄໝ 1,000,000 ຫາ 2,000,000 ກີບ, ລົດສາມລໍ້ ແລະ ຊາເລັ້ງ 500,000 ຫາ 1,000,000 ກີບ ແລະ ອື່ນໆ ຕາມທີ່ກໍານົດໄວ້ໃນລະບຽບການ.
ຂະນະດຽວກັນລົດແຕ່ລະຄັນຕ້ອງມີຖົງຢ່າງສໍາລັບໃສ່ຂີ້ ເຫຍື້ອມາພ້ອມ ເພາະຖ້າພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍຢູ່ເຂດປະຕູໄຊ ກໍຈະນໍາໃຊ້ມາດຕະການປັບໃໝຕາມທີ່ກໍານົດໄວ້ເຊັ່ນ ດຽວກັນ.
BT, ວສລ





