ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ລົງສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ເລີ່ມໂຄສະນາ ຫາສຽງ ເປັນຈຸດທຳອິດ

Feb 6, 2026

ວັນທີ 6 ກຸມພາ 2026 ນີ້ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ເຄື່ອນໄຫວໂຄສະນາຫາສຽງ ເປັນຈຸດທຳອິດ. ໂດຍໄດ້ຮັບການຕ້ອນຮັບຈາກ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມຄະນະ ແລະພະນັກງານຫຼັກແຫຼ່ງ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຮ່ວມ. ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ຜູ້ຮັບສະໝັກເລືອກຕັ້ງ ນ້ຳເບີ 2 ໄດ້ກ່າວວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເນື້ອແທ້ແມ່ນການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກໂດຍສະເພາະ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ພາຍໃຕ້ຄຳຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”. ກໍ່ຄືການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ພາຍໃຕ້ຄໍາຂວັນ “ຍົກສູງຄວາມສາມາດນຳພາ ແລະຄວາມເປັນແບບຢ່າງນຳໜ້າ ຂອງອົງຄະນະພັກ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງເມືອງມໍລະດົກໂລກ ເຂົ້າໃນການພັດທະນາແຂວງຫຼວງພະບາງ ຕາມທິດເປັນເຈົ້າຕົນເອງ ສີຂຽວຢືນຍົງ ແລະຄົງຄຸນຄ່າ”. ທ່ານກ່າວຕື່ມວ່າ: ການເລືອກຕັ້ງ ຄັ້ງນີ້ ເປັນເຫດການທາງດ້ານການເມືອງຂອງຊາດ ຊຶ່ງມີຄວາມໝາຍສຳຄັນ ແລະຈຳເປັນ ໃນການປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ເພື່ອຕອບສະໜອງການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ກາຍເປັນລັດຂອງປະຊາຊົນໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ເປັນການສ້າງເງື່ອນໄຂໃຫ້ພະນັກງານ, ທະຫານ-ຕຳຫຼວດ ກໍ່ຄືປະຊາຊົນບັນດາເຜົ່າ ໄດ້ນຳໃຊ້ສິດປະຊາທິປະໄຕຂອງຕົນ ຕາມທີ່ໄດ້ກຳນົດໄວໃນລັດຖະທຳມະນູນ ກ່ຽວກັບສິດຂອງພົນລະເມືອງລາວ ໃນການປ່ອນບັດເລືອກຕັ້ງ ແລະຮັບສະໝັກເລືອກຕັ້ງ ທີ່ດຳເນີນໃນທຸກ 5 ປີ ມີເທື່ອໜຶ່ງ ແລະເປັນການເພີ່ມທະວີການນຳພາຂອງພັກ ຕໍ່ການເຄື່ອນໄຫວວຽກງານ ຂອງອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
May be an image of text May be an image of text
ຈາກນັ້ນ ຜູ້ຮັບສະໝັກເລືອກຕັ້ງ ແຕ່ລະທ່ານໄດ້ສະເໜີຕົວ ແລະລາຍງານການເຄື່ອນໄຫວໂດຍຫຍໍ້ຂອງຕົນ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ, ສະເພາະເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X, ຈໍານວນ 14 ທ່ານ, ຍິງ 5 ທ່ານ. ໃນນັ້ນ ຈະໄດ້ເລືອກເອົາ 10 ທ່ານ ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ພາຍໃນແຂວງຫຼວງພະບາງເຂົ້າໄປເຮັດວຽກຢູ່ໃນສະພາ.
May be an image of text
ພາບ-ໂດຍ: ດາວອນ ມະນີວັນ