ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ລົງສະໝັກຮັບເລືອກເລືອຕັ້ງ ສສຊ ພ້ອມເປັນຂົວຕໍ່ຮັບໃຊ້ປະຊາຊົນ

Feb 18, 2026

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຖ້າຫາກວ່າໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ຈະປະຕິບັດໜ້າທີ່ດ້ວຍການສຸມເທື່ອແຮງ, ສະຕິປັນຍາ ແລະ ທຸກຄວາມສາມາດ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍຈາກປະຊາຊົນບັນດາເຜົ່າ ແລະ ພ້ອມທີ່ຈະເປັນຂົວຕໍ່ໃຫ້ປະຊາຊົນ ເພື່ອນໍາສະເໜີບັນຫາຕ່າງໆ ຂອງປະຊາຊົນຕໍ່ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂຕາມຄວາມເໝາະສົມ, ທ່ານ ພູທອນ ວໍລະເພັດ ຮອງປະທານກໍາມາທິການກົດໝາຍ, ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ນໍ້າເບີ 4 ໄດ້ກ່າວໃນໂອກາດລົງເຄື່ອນໄຫວໂຄສະນາຫາສຽງ ແລະ ພົບປະ ຜູ້ມີສິດເລືອກຕັ້ງ ໃນວັນທີ 17 ກຸມພາ 2026 ຜ່ານມາ ຢູ່ເມືອງໄຊບົວທອງ.
May be an image of one or more people and text
ທ່ານ ພູທອນ ວໍລະເພັດ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກພູມໃຈເປັນຢ່າງຍິ່ງ ທີ່ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ ຂ້າພະເຈົ້າໄດ້ລົງສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ຊຶ່ງການເລືອກຕັ້ງ ສສຊ ເປັນເຫດການທີ່ມີຄວາມໝາຍ, ຄວາມສໍາຄັນຫລາຍ ແລະ ເປັນການປະຕິບັດສິດ ປະຊາທິປະໄຕຂອງປະຊາຊົນ ເພື່ອປ່ອນບັດເລືອກເອົາ ສສຊ ໃນນາມທີ່ເປັນຕົວແທນ ຂອງຕົນ ໄປປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ. ພ້ອມນີ້, ກໍຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຜູ້ມີສິດເລືອກຕັ້ງແຕ່ອາຍຸ 18 ປີ ຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດເລືອກຕັ້ງ ໃນວັນອາທິດທີ 22 ກຸມພາ 2026 ໃຫ້ຄົບຖ້ວນ ເພື່ອໃຫ້ການເລືອກຕັ້ງບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.
ຂ່າວ: ມະນີວັນ