ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ລົງສະໝັກເລືອກຕັ້ງ ສສຊ ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງປາກງື່ມ

Feb 18, 2026

ວັນທີ 18 ກຸມພາ 2026 ຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ນະຄອນຄອນຫຼວງວຽງຈັນ ຈຸທີ5 ສືບຕໍ່ລົງເຄື່ອນໄຫວຫາສຽງກ່ອນເຖິງບັ້ນເລືອກຕັ້ງໃນວັນທີ 22 ກຸມພາທີ່ຈະມາເຖິງນີ້ ການລົງເຄື່ອນໄຫວຄັ້ງນີ້ໄດ້ພົບປະຜູ້ມີສິດເລືອກຕັ້ງ 5 ບ້ານຄື: ບ້ານທ່າກົກໄຮ ບ້ານໂນນ ບ້ານ ໜອງດົງ ນາບົງ ແລະ ບ້ານທ່າຊ້າງ ເມືອງປາກງຶ່ມ ຢູ່ວັດບ້ານທ່າກົກໄຮ ຕ້ອນຮັບໂດຍທ່ານ ທົດສະກັນ ໄກສອນເພັດ ຮອງປະທານຄະນະກຳມະການປົກຄອງເມືອງປາກງື່ມ ພ້ອມດ້ວຍ ການນໍາເມືອງ ອົງການປົກຄອງບ້ານ ແລະ ພໍ່ປະຊາຊົນເຂົ້າຮ່ວມ.
May be an image of one or more people
ສຳລັບຈຸທີ 5 ປະກອບມີ 5 ທ່ານ ຄືທ່ານ ນາງ ວິໄຊ ສະຣິດທິລາດ ຮອງປະທານກຳມາ ທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ເບີ 5 ທ່ານ ຕຸລາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ ເບີ 9 ທ່ານ ນາງ ຄຳແຫວນ ສິງບັນດິດ ຮອງປະທານຄະນະກຳມະການວັດທະນະທຳ ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ ເບີ 19 ທ່ານ ສົມສະຫວາດ ກົມໄຊຊະນະ ຮອງປະທານສານປະຊາຊົນ ນວ ເບີ 20 ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາ ຄົມທຸລະກິດກະສິກຳ ເບີ 25.
May be an image of temple, dais and text
ການລົງເຄື່ອນໄຫວຄັ້ງນີ້ແຕ່ລະທ່ານກໍໄດ້ຜັດປ່ຽນກັນຂຶ້ນແນະນໍາຕົນເອງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານເພື່ອເປັນບ່ອນອີງໃນການຄົ້ນຄວ້າ ຄົ້ນຄິດ ສົມທຽບໃສ່ມາດຕະຖານເພື່ອຕັດສິນໃຈເລືອກເອົາຜູ້ທີ່ເຫັນວ່າມີມາດຕະຖານເງື່ອນທີ່ເໝາະສົມເພື່ອເປັນຕົວແທນຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ.
ຂ່າວ: ວຽງຈັນໃໝ່