ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ລົງສະໝັກເລືອກຕັ້ງ ສສຊ ຈຸ 3 ລົງພົບປະຜູ້ມີສິດເລືອກຕັ້ງຢູ່ 5 ບ້ານ

Feb 19, 2026

ຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ນະຄອນຄອນຫຼວງວຽງຈັນສືບຕໍ່ລົງເຄື່ອນໄຫວຫາສຽງກ່ອນເຖິງບັ້ນເລືອກຕັ້ງໃນວັນທີ 22 ກຸມພາ 2026 ນີ້ ໃນວັນທີ 19 ກຸມພາ 2026 ຜູ້ລົງສະໝັກເລືອກຕັ້ງ ສສຊ ຈຸທີ 1 ໄດ້ເຄື່ອນໄຫວໂຄສະນາຫາສຽງນໍາຜູ້ມີສິດປ່ອນບັດເລືອກ 5 ບ້ານຄື ໂຄແຫ້ ສະນອດ ທ່ານາສາ ຫ້ວຍຕົມ ແລະ ບ້ານໃໝ່ປາກສັງ ທີ່ວັດບ້ານໂຄກແຫ້ເມືອງສັງທອງ ມີຄະນະກຳມະການເລືອກຕັ້ງຂັ້ນ ນວ ຂັ້ນເມືອງ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສຳລັບຈຸທີ 3 ມີ 5 ທ່ານ ນໍາໂດຍທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາ ທິການວຽກງານສະມາຊິກສະພາແຫ່ງຊາດ ນໍ້າເບີ 6 ພ້ອມດ້ວຍຄະນະອີກ 4 ທ່ານ ການລົງເຄື່ອນໄຫວຄັ້ງນີ້ແຕ່ລະທ່ານໄດ້ຜັດປ່ຽນກັນຂຶ້ນແນະນໍາຕົນເອງເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານເພື່ອເປັນບ່ອນອີງໃນການຄົ້ນຄວ້າ ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ເຫັນວ່າມີມາດຕະຖານເງື່ອນທີ່ ເໝາະສົມເພື່ອເປັນຕົວແທນຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ.
May be an image of one or more people, temple and text No photo description available.