ໃນວັນທີ20 ກຸມພາ 2026 ຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຄອນຫຼວງວຽງຈັນ ໜ່ວຍທີ5 ນຳໂດຍທ່ານ ນາງ ວິໄຊ ສະຣິດທິລາດ ຮອງປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ (ເບີ 5), ທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກີລາ (ເບີ 9) ທ່ານ ນາງ ຄຳແຫວນ ສິງບັນດິດ ຮອງປະທານຄະນະກຳມະການວັດທະນະທຳ ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ (ເບີ 19), ທ່ານ ສົມສະຫວາດ ກົມໄຊຊະນະ ຮອງປະທານສານປະຊາຊົນ ນວ (ເບີ 20) ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳ (ເບີ 25).

ໄດ້ສືບຕໍ່ລົງເຄື່ອນໄຫວໂຄສະນາຫາສຽງກ່ອນເຖິງບັ້ນເລືອກຕັ້ງໃນວັນທີ 22 ກຸມພາທີ່ຈະມາເຖິງນີ້ ການລົງເຄື່ອນໄຫວຄັ້ງນີ້ໄດ້ພົບປະຜູ້ມີສິດເລືອກຕັ້ງ ໃນຂະແໜງສາຍສຶກສາ ເຊິ່ງເຕົ້າໂຮມຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການຕ້ອນຮັບຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຈ ເດຊານຸລາດ ແສນດວງເດດ ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ, ພະນັກງານວິຊາການຫລັກແຫລ່ງ ຄູອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບຕົວເລກສັງລວມ ຜູ້ມີສິດປ່ອນບັດເລືອກຕັ້ງຂອງຂະແໜງສຶກສາ ໃນນີ້ ເປັນພະນັກງານ ທົ່ວ ມະຫາວິທະຍາໄລແຫ່ງຊາດ 1.445 ຄົນ, ນັກສຶກສາ ອານຸປະລິນຍາຕີ ຮອດ ປະລິນຍາເອກ ປະມານ 27 ພັນຄົນ, ພະນັກງານຂອງກະຊວງສຶກສາທິການ ແລະ ກິລາທັງຫມົດ700ຄົນ,ຍິງ334ຄົນ.
ການລົງເຄື່ອນໄຫວຄັ້ງນີ້ ບັນດາທ່ານຜູ້ລົງຮັບສະໝັກເລືອກຕັ້ງ ກໍໄດ້ຜັດປ່ຽນກັນຂຶ້ນແນະນໍາໂຕ ປະຫວັດໂດຍຫຍໍ້ ວຸດທິການສຶກສາ ການເຄື່ອນໄຫວການເຮັດວຽກໃນໄລຍະຜ່ານມາເຖິງປະຈຸບັນ ລວມເຖິງວິໄສທັດຫາກໄດ້ຮັບການໄວ້ວາງໃຈຈະສຶບຕໍ່ປະຕິບັດວຽກງານເປັນຂົວຕໍ່ລະຫວ່າງປະຊາຊົນ ແລະ ຂັ້ນເທີງແນວໃດ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ຄົ້ນຄິດ ສົມທຽບໃສ່ມາດຕະຖານເພື່ອຕັດສິນໃຈເລືອກເອົາຜູ້ທີ່ເຫັນວ່າມີມາດຕະຖານເງື່ອນທີ່ເໝາະສົມເພື່ອເປັນຕົວ ແທນຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດພົນລະເມືອງເພື່ອປ່ອນບັດເລືອກຕັ້ງຢ່າງເຕັມສ່ວນໃນວັນອາທິດ ທີ່ຈະມາເຖິງນີ້.
ຂ່າວ: ຈັນທະຫວິນ


