ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ພົບປະຊາຊົນຢູ່ເມືອງຊຽງເງິນ

Feb 13, 2026

ວັນທີ 11 ກຸມພາ 2026 ຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ(ສສຊ)ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ທີມ 5 ເມືອງໃຕ້ ນໍາພາໂດຍ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ຜູ້ຮັບສະໝັກເລືອກຕັ້ງ ນ້ຳເບີ 01 ໄດ້ສືບຕໍ່ລົງພົບປະປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງຊຽງເງິນ ໂດຍມີຄະນະນໍາ ເມືອງຊຽງເງິນ ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ປະຊາຊົນໃຫ້ການຕ້ອນຮັບ.
ໃນໂອກາດນີ້, ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຟັງລາຍງານວ່າ: ເມືອງຊຽງເງິນປະກອບມີ 49 ບ້ານ, 6.688 ຄອບຄົວ, ພົນລະເມືອງ 37.079 ຄົນ, ຍິງ 18.980 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 21.742 ຄົນ, ຍິງ 10.529 ຄົນ, ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງທັງໝົດ 44 ໜ່ວຍ.
May be an image of text
ໃນໂອກາດນີ້ຜູ້ຮັບສະໝັກຮັບເລືອກຕັ້ງທັງ ໄດ້ຜັດປ່ຽນກັນສະເໜີຕົວ ຜ່ານປະຫວັດການເຄື່ອນໄຫວຂອງຕົນແຕ່ລະໄລຍະ ແລະ ວິໄສທັດຂອງຕົນເອງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ຕັດສິນໃຈເລືອກເອົາຜູ້ແທນຂອງຕົນທີ່ມີມາດຖານຄົນຖ້ວນກວ່າໝູ່ ເຂົ້າໄປເຮັດວຽກຢູ່ໃນສະພາ. ພາຍຫຼັງສຳເລັດການພົບປະປະຊາຊົນຢູ່ບ້ານສາມັກຄີໄຊແລ້ວ ຄະນະຜູ້ສະໝັກໄດ້ສືບຕໍ່ ລົງພົບປະປະຊາຊົນຢູ່ກຸ່ມບ້ານສວນຫຼວງ ແລະ ເຄື່ອນໄຫວໄປພົບປະປະຊາຊົນຢູ່ເມືອງ ໂພນໄຊ ແລະ ເມືອງປາກແຊງຕື່ມອີກ. ສຳລັບແຂວງຫຼວງພະບາງມີຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ທັງໝົດ 14 ທ່ານ, ຍິງ 5 ທ່ານ, ໃນນັ້ນ ແບ່ງອອກເປັນສອງຄະນະເຄື່ອນໄຫວພົບປະກັບປະຊາຊົນ ຄື: ຄະນະໜຶ່ງ 7 ທ່ານ ລົງ 5 ເມືອງໃຕ້ ແລະ ອີກຄະນະໜຶ່ງ 7 ທ່ານ ລົງ 5 ເມືອງເໜືອ.
ພາບ-ຂ່າວໂດຍ: ດາວອນ ມະນີວັນ