ຕອນບ່າຍ ວັນທີ 17 ກຸມພາ 2026, ໄດ້ເກີດພາບປະທັບໃຈປະຊາຊົນບ້ານນາຝັ່ງ ເມືອງໂຂງ ແຂວງຈຳປາສັກ ເປັນຢ່າງຍິ່ງ ເພາະຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 10 ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 2 ຈໍານວນ 10 ທ່ານ, ຍິງ 3 ທ່ານ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ ນັ່ງສາດໂອ້ລົມເປີດໃຈຮັບຟັງສຽງປະຊາຊົນແບບເປັນກັນເອງ; ສະແດງໃຫ້ເຫັນເຖິງແບບແຜນການເຮັດວຽກທີ່ລຽບງ່າຍ ແລະ ຈິງໃຈ ໃນການລົງເຄື່ອນໄຫວຫາສຽງ ແລະ ພົບປະປະຊາຊົນບັນດາເຜົ່າ.
ສິ່ງທີ່ເຮັດໃຫ້ການພົບປະຄັ້ງນີ້ແຕກຕ່າງຈາກທຸກຄັ້ງທີ່ເຄີຍເຫັນຜ່ານມາ ແມ່ນພາບທີ່ຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 10 ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 2 ຈໍານວນ 10 ທ່ານ, ຍິງ 3 ທ່ານ ໄດ້ “ປູສາດນັ່ງ” ຮ່ວມກັບປະຊາຊົນ ຢູ່ກາງສາລາໂຮງທຳແບບເປັນກັນເອງ. ເພິ່ນໄດ້ເລືອກທີ່ຈະບໍ່ນັ່ງຕັ່ງສູງ ຫຼື ນັ່ງຢູ່ເທິງເວທີທີ່ແຍກຫ່າງຈາກຊາວບ້ານ, ແຕ່ກັບເລືອກທີ່ຈະນັ່ງໃນລະດັບດຽວກັນ ເພື່ອໂອ້ລົມ ແລະ ຮັບຟັງທຸກບັນຫາຢ່າງໃກ້ຊິດ.

ທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ ໄດ້ກ່າວໃນລະຫວ່າງການສົນທະນາວ່າ: ການທີ່ຂ້າພະເຈົ້າເລືອກມານັ່ງຢູ່ຈຸດນີ້, ຢູ່ເທິງສາດຜືນດຽວກັນກັບປະຊາຊົນ, ເພື່ອຢາກບອກວ່າ ພວກເຮົາຄືຄອບຄົວດຽວກັນ, ບໍ່ມີກຳແພງກັ້ນລະຫວ່າງ ຜູ້ແທນ ກັບ ປະຊາຊົນ, ເມື່ອພວກເຮົາໃກ້ຊິດກັນ, ຂ້າພະເຈົ້າຈຶ່ງຈະສາມາດໄດ້ຍິນສຽງທີ່ແທ້ຈິງ ແລະ ເຂົ້າໃຈເຖິງຄວາມຮຽກຮ້ອງຕ້ອງການຂອງທຸກທ່ານໄດ້ຢ່າງເລິກເຊິ່ງ. ຈາກນັ້ນ ເລຂາພັກແຂວງ ໄດ້ມີຄໍາເຫັນຍົກໃຫ້ເຫັນພາລະບົດບາດ, ສິດໜ້າທີ່ ແລະ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເພື່ອປັບປຸງກົນໄກການບໍລິຫານລັດ ໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ. ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ. ທັງນີ້, ເພື່ອໃຫ້ຄະນະພັກ – ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ. ໜຶ່ງສຽງຂອງທ່ານ ມີຄວາມໝາຍສຳຄັນ, ການໄປໃຊ້ສິດເລືອກຕັ້ງ ແມ່ນໜ້າທີ່ອັນສຳຄັນຂອງພົນລະເມືອງລາວທຸກຄົນ, ເລືອກຄົນດີ, ມີຄວາມຮູ້, ຄວາມສາມາດ ເຂົ້າສູ່ສະພາ ເພື່ອເປັນຕົວແທນປົກປ້ອງຜົນປະໂຫຍດໃຫ້ແກ່ປວງຊົນ, ຮັບໃຊ້ປະຊາຊົນ ແລະ ພັດທະນາທ້ອງຖິ່ນໃຫ້ນັບມື້ຂະຫຍາຍຕົວ, ຈົ່ງພ້ອມກັນໄປປະຕິບັດສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ໃຫ້ຄົບຖ້ວນ ແລະ ຮັບປະກັນຜົນສຳເລັດໄດ້ຕາມຄາດໝາຍ 4000./. ສຳລັບຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ຊຸດທີ 10 ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີທັງໝົດ 20 ທ່ານ, ຍິງ 5 ທ່ານ, ໃນນັ້ນ ເລືອກເອົາ 15 ທ່ານ.
ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມນາຝັ່ງ ໄດ້ເວົ້າດ້ວຍຄວາມຊົມເຊີຍວ່າ: “ຜ່ານມາເຄີຍເຫັນແຕ່ເພິ່ນນັ່ງຕັ່ງສູງໆ ບາງເທື່ອເຮົານັ່ງພື້ນກໍຮູ້ສຶກເກງໃຈ, ແຕ່ມື້ນີ້ ຜູ້ສະໝັກ ສສຊ ເພິ່ນລົງມານັ່ງນຳເຮົາເລີຍ ເຮັດໃຫ້ເຮົາກ້າເວົ້າ ກ້າສະເໜີບັນຫາ ດ້ວຍຄວາມໝັ້ນໃຈ ແລະ ຮູ້ສຶກອົບອຸ່ນຄືເພິ່ນເປັນລູກເປັນຫຼານໃນບ້ານແທ້ໆ.”

ພາບການນັ່ງສາດໂອ້ລົມກັນໃນຄັ້ງນີ້ ບໍ່ພຽງແຕ່ເປັນພາບທີ່ສວຍງາມໃນທາງສາຍຕາເທົ່ານັ້ນ, ແຕ່ຍັງເປັນສັນຍະລັກແຫ່ງຄວາມຖ່ອມຕົວ ແລະ ຄວາມຕັ້ງໃຈຈິງທີ່ຈະຮັບໃຊ້ປວງຊົນຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ 10 ອີກດ້ວຍ.
ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນຕອນເຊົ້າວັນດຽວກັນຄະນະຜູ້ສະໝັກຮັບເລືອກ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຈໍານວນ 10 ທ່ານ, ຍິງ 3 ທ່ານ ນໍາໂດຍທ່ານ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ກຸ່ມຫາດຊາຍຄູນ ເຊິ່ງຖືກຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ


