ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີຕົວຢູ່ຕາແສງພູກະທະ

Feb 10, 2026

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຄະນະທີ 2 ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ຕາແສງພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ໃນວັນທີ 8 ກຸມພາ 2026, ໂດຍການນໍາພາຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ຜູ້ສະໝັກນ້ຳເບີ 2 ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງຈໍານວນ 5 ທ່ານ ຍິງ 1 ທ່ານ ໂດຍມີການນໍາເມືອງຮົ່ມ ຕະຫຼອດຮອດປະຊາຊົນບັນດາເຜົ່າຕາແສງພູກະທະ ເຂົ້າຮ່ວມຕ້ອນຮັບ.
ໃນໂອກາດດັ່ງກ່າວ, ຄະນະຮັບຜິດຊອບການເລືອກຕັ້ງ ໄດ້ສະເໜີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຄະນະທີ1 ນໍາໂດຍ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ພ້ອມດ້ວຍຄະນະຈໍານວນ 5 ທ່ານ, ຍິງ 1 ທ່ານ. ໃນໂອກາດລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ຕາແສງພູກະທະຄັ້ງນີ້, ຜູ້ສະໝັກທັງ 5 ທ່ານ ໃນຄະນະທີ 2 ໄດ້ຜັດປ່ຽນກັນຜ່ານຊີວະປະຫວັດຫຍໍ້ ແລະ ຜົນງານການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ໃຫ້ປະຊາຊົນຮັບຊາບ ພ້ອມທັງສະເໜີແຜນການເຄື່ອນໄຫວ ແລະ ຄໍາໝັ້ນສັນຍາໃນການປະຕິບັດໜ້າທີ່ການເມືອງ. ຖ້າຫາກໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າຈົ່ງໄປໃຊ້ສິດເລືອກຕັ້ງເອົາຜູ້ແທນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍຕັດສິນໃຈເລືອກເອົາບຸກຄົນທີ່ມີຄວາມຮູ້-ຄວາມສາມາດ ເຂົ້າໄປເຮັດໜ້າທີ່ເປັນຕົວແທນຂອງປະຊາຊົນໃນສະພາ ໃຫ້ມີຄວາມເຂັ້ມແຂງ ເພື່ອພັດທະນາ ແຂວງໄຊສົມບູນ ໃຫ້ຮຸ່ງເຮືອງສີວິໄລ.
May be an image of one or more people and text No photo description available.
ຂ່າວ: ຈິນລະວອນ ວໍລະສົມບູນ