ວັນທີ 14 ກຸມພາ 2026 ຜູ້ສະໝັກຮັບເລືອກຕັ້ງເປັນສະມາ ຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ໜ່ວຍທີ 1 ມີ 5 ທ່ານ,ນຳພາໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ພ້ອມຜູ້ລົງສະໝັກເລືອກຕັ້ງ ໄດ້ສືບຕໍ່ລົງໂຄນະນາ ແລະ ສະເໜີຕົວ ນຳຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ 4 ບ້ານ ເມືອງຫາດຊາຍຟອງ ຄື: ບ້ານຄວາຍແດງ, ບ້ານສິມມະໂນເໜືອ, ບ້ານສິມມະໂນໃຕ້ ແລະ ບ້ານນາລ້ອງ ຈັດຢູ່ ວັດບ້ານສິມມະໂນເໜືອ, ມີຄະນະຕິດຕາມຂັ້ນ ນວ, ຄະນະກຳມະການເລືອກຕັ້ງຂັ້ນເມືອງ, ພ້ອມດ້ວຍ ອົງການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.
ໃນໂອກາດນີ້, ແຕ່ລະທ່ານ ໄດ້ຜັດປ່ຽນກັນຂຶ້ນສະເໜີຕົວ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າ ໃຈຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າຄົ້ນຄິດ ສົມທຽບໃສ່ມາດຕະຖານເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າ ມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນ ປະຕິບັດສິດ ອຳນາດ ຂອງປະຊາຊົນ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ.

ພ້ອມນີ້, ກໍເພື່ອສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ພົບປະ ແລະ ແລກປ່ຽນຄໍາເຫັນ ເຊິ່ງກັນ ແລະ ກັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າ ເປັນຜູ້ທີ່ເໝາະສົມກວ່າໝູ່ ເປັນຕົວແທນຂອງຕົນ ຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແນໃສ່ໃຫ້ຜູ້ມີສິດເລືອກຕັ້ງ ໄດ້ພິຈາລະນາຢ່າງຖີ່ຖ້ວນ ເພື່ອຄັດເລືອກເອົາຕົວແທນ ທີ່ມີຄວາມຮູ້ ຄວາມສາມາດ ແລະ ຮັກຊາດ ຮັກປະຊາຊົນຢ່າງແທ້ຈິງ.




