ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກຄະນະບໍລິຫານງານແຂວງຄໍາມ່ວນ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 12 ແຂວງຄໍາມ່ວນ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ທົ່ວແຂວງຄຳມ່ວນ ຜູ້ທີ່ມີສິດເລືອກຕັ້ງທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ, ໃຊ້ສິດຖືກຕ້ອງບໍ່ໃຫ້ມີບັດຕາຍ, ຮັບປະກັນຄວາມສະຫງົບປອດໄພ, ຮັບປະກັນຄວາມໂປ່ງໃສ 100% ແລະ ເຮັດໃຫ້ການເລືອກຕັ້ງ ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ທັງນີ້ ກໍເພື່ອເລືອກເອົາຕົວແທນຂອງຕົນ ໃນການປະຕິບັດສິດຢູ່ສະພາແຫ່ງຊາດ.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ສຳພາດຜ່ານສື່ມ່ວນຊົນຂອງແຂວງ ໃນໂອກາດທີ່ເຄື່ອນໄຫວພົບປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງ ເມື່ອບໍ່ດົນມານີ້ ວ່າ: ເນື່ອງຈາກ ການເລືອກຕັ້ງ ສສຊ ແລະ ສສຂ ຄັ້ງນີ້, ເປັນເຫດການ ການເມືອງໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ແມ່ນເຫດການປະຫວັດສາດສໍາຄັນທີ່ສຸດໃນຊີວິດການເມືອງ, ເປັນຂີດໝາຍ ແລະ ປະຕິບັດສິດປະຊາທິປະໄຕ ຂອງປະຊາຊົນ ໃນຖານະທີ່ເປັນອຳນາດລັດ ຂອງສາທາລະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນປາງບຸນໃຫຍ່ອັນໜຶ່ງຂອງປວງຊົນລາວທັງຊາດ ທີ່ສ້າງຂະບວນການຟົດຟື້ນ ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ມີບັນຍາກາດ. ນັບແຕ່ມື້ນີ້ບໍ່ພໍເທົ່າໃດວັນ ກໍຈະແມ່ນວັນປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ຊຶ່ງຈະຈັດຂຶ້ນພ້ອມກັນໃນທົ່ວປະເທດ ໃນວັນທີ 22 ກຸມພາ 2026 ໃນນາມຕາງໜ້າ ຄະນະນໍາ-ອົງ ການປົກຄອງແຂວງ, ສະພາປະຊາຊົນແຂວງຄຳມ່ວນ ມີຄວາມຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ລົງຮັບສະໝັກເລືອກຕັ້ງ ສສຊ ໃນຄັ້ງນີ້.
ສະນັ້ນ,ຮຽກຮ້ອງໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງ ອອກໄປໃຊ້ສິດໃຫ້ຄົບຖ້ວນ ເພື່ອເລືອກເອົາ ສສຊ ຊຸດທີ Xແລະ ສສຂ ຊຸດທີ V ໃຫ້ບັນລຸ 4 ຄາດໝາຍໃຫຍ່ ຄື: ຜູ້ມີສິດໄປໃຊ້ສິດ 100%, ການໃຊ້ສິດຖືກຕ້ອງ 100%, ຄວາມສະຫງົບ-ປອດໄພ 100% ແລະ ໂປ່ງໃສ-ຍຸຕິທໍາ 100%.
ຂ່າວ: ມະນີວັນ


