ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ສະໝັກ ສສຊ ຊຸດທີ X ສະແດງຄວາມຮູ້ສຶກ ຫຼັງພົບປະຜູ້ມີສິດເລືອກຕັ້ງ

Feb 13, 2026

ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ນ້ຳເບີ 1, ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ສະແດງຄວາມຮູ້ສຶກພູມໃຈ ແລະ ດີອົກດີໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຈາກພໍ່ແມ່ປະຊາຊົນຊາວບ້ານນາລະຈາງ ແລະ ບ້ານນາກະຕາວ ເມືອງຕຸ້ມລານ ກໍຄືຊາວແຂວງສາລະວັນ ຊຶ່ງເປັນຈຸດທຳອິດ ໃນການເຄື່ອນໄຫວໂຄສະນາຫາສຽງ ແລະ ໄດ້ນຳສະເໜີຊື່ສຽງ, ປະຫວັດການເຄື່ອນໄຫວໃນແຕ່ລະໄລຍະ ແລະ ໜ້າທີ່ຄວາມຮັບຜິດຊອບໃນປັດຈຸບັນ ຕໍ່ພໍ່ແມ່ປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຟັງ.
May be an image of one or more people and text
ການໄດ້ພົບປະຄັ້ງນີ້, ໃນການສະເໜີບັນຫາຕ່າງໆຂອງປະຊາຊົນ ລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນ ທີ່ສ່ອງແສງໃຫ້ເຫັນເຖິງຈິດໃຈມຸ້ງຫວັງຂອງປະຊາຊົນ ຕໍ່ກັບການພັດທະນາຊີວິດການເປັນຢູ່ ແລະ ການພັດທະນາບ້ານເມືອງ ຕາມທິດ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ທັງຢາກເຫັນການພັດທະນາປະເທດຊາດ ເວົ້າສະເພາະກໍຄືເມືອງຕຸ້ມລານ ຢ່າງຕໍ່ເນື່ອງ.
ທ່ານໄດ້ກ່າວອີກວ່າ: ສຳລັບການເລືອກຕັ້ງຄັ້ງນີ້, ຖ້າໄດ້ຮັບຄວາມໄວ້ວາງໃຈ ເປັນຕົວແທນຂອງປະຊາຊົນ ຈະນຳເອົາຄວາມມຸ້ງຫວັງ, ຄວາມປາດຖະໜາຕ່າງໆ ສະເໜີຕໍ່ສະພາແຫ່ງຊາດອັນຊົງກຽດ ເພື່ອໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຍາດແຍ່ງເອົາການຊ່ວຍເຫຼືອ, ການຮ່ວມມື ເພື່ອຜັກດັນນະໂຍບາຍ ທີ່ຕອບສະໜອງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສົ່ງເສີມຄວາມເຂັ້ມແຂງຂອງຊຸມຊົນ.
May be an image of one or more people and crowd
ການພົບປະຄັ້ງນີ້, ບໍ່ພຽງແຕ່ເປັນເວທີນຳສະເໜີຕົນເອງເທົ່ານັ້ນ ແຕ່ຍັງເປັນຊ່ອງທາງໃຫ້ຜູ້ສະໝັກໄດ້ຮັບຟັງຄວາມຄິດເຫັນ, ຄວາມຂັດຂ້ອງໝອງໃຈຈາກປະຊາຊົນ ເພື່ອນຳໄປປັບປຸງແນວທາງການເຮັດວຽກໃນອະນາຄົດ ໃຫ້ສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຂອງສັງຄົມ. ຈາກນັ້ນ, ໃນຕອນທ້າຍ, ທ່ານກໍໄດ້ຮຽກຮ້ອງໃຫ້ທຸກທ່ານທຸກຄົນ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ຈົ່ງພ້ອມກັນປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ ໄປໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ຢ່າງພ້ອມພຽງ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ