ຜູ້ອຳນວຍການ ຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວເຂົ້າຢ້ຽມອຳລາໃນໂອກາດຈົບວາລະການປະຕິບັດໜ້າທີ່ ຢູ່ ສປປ ລາວ
ໃນຕອນເຊົ້າຂອງວັນທີ 17 ຕຸລາ 2024, ທີ່ ກະຊວງການຕ່າງ ປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນ. ໂຊໂນມິ ທະນະກະ, ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ໃນໂອກາດຈົບວາລະການປະ ຕິບັດໜ້າທີ່ຢູ່ ສປປ ລາວ.

ຈຸດປະສົງການເຂົ້າຢ້ຽມອໍາລາຄັ້ງນີ້ ແມ່ນເພື່ອແຈ້ງໃຫ້ຕາງໜ້າລັດຖະບານລາວ ຮັບຊາບ ກ່ຽວກັບ ທ່ານ ນ. ໂຊໂນມິ ທະນະກະ ໄດ້ສຳເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ຖືໂອກາດແນະ ນຳຕົວ ຜູ້ອຳນວຍການ ຄົນໃໝ່ ທີ່ຖືກແຕ່ງຕັ້ງມາປ່ຽນແທນ, ເຊິ່ງ ທ່ານ ນາງ ໂຊໂນມິ ທະນະກະ ໄດ້ຍົກໃຫ້ເຫັນຜົນສຳເລັດໃນການ ປະຕິບັດໜ້າທີ່ຢູ່ ສປປ ລາວ ຕະຫຼອດໄລຍະເວລາ 4 ປີຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຢູ່ ສປປ ລາວ ເປັນຕົ້ນ: ການສະໜັບສະໜູນທາງດ້ານການເງິນ ແລະ ການຊ່ວຍເຫຼືອໃຫ້ແກ່ບັນດາຂະແໜງການຂອງ ສປປ ລາວ ເຊິ່ງລວມມູນຄ່າຫຼາຍກວ່າ 422 ລ້ານໂດລາສະຫະ ລັດ, ອັນພົ້ນເດັ່ນ ກໍ່ແມ່ນການປະກອບສ່ວນໃນການຮັບມືກັບການແຜ່ລະບາດພະຍາດໂຄວິດ-19 ແລະ ການແກ້ໄຂບັນຫາເສດ ຖະກິດ-ການເງິນ ຂອງ ສປປ ລາວ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີຕ່າງປະເທດ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີ ໄດ້ມີຜົນສຳເລັດ ແລະ ມີບາດກ້າວທີ່ຂະຫຍາຍຕົວ, ພ້ອມນີ້ ກໍ່ຕີລາຄາສູງຕໍ່ການ ປະຕິບັດໜ້າທີ່ຂອງ ທ່ານ ນ. ໂຊໂນມິ ທະນະກະ, ເຊິ່ງສະແດງ ອອກໃຫ້ເຫັນໃນຫຼາຍໂຄງການທີ່ໄດ້ຮັບການອະນຸມັດ ແລະ ຈັດ ຕັ້ງປະຕິບັດ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງທ່ານ. ພ້ອມດຽວກັນນີ້, ໄດ້ກ່າວຕ້ອນຮັບທ່ານ ຜູ້ອຳນວຍການ (ຜູ້ໃໝ່) ແລະ ຫວັງຢ່າງຍິ່ງວ່າ ທະນາຄານພັດທະນາອາຊີ ຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ. ໃນຕອນທ້າຍ ກໍໄດ້ອວຍພອນໃຫ້ ທ່ານ ນ. ໂຊໂນມິ ທະນະກະ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານອັນໃໝ່ໃນອະນາຄົດ.
ທ່ານ ໂຊໂນມິ ທະນະກະ ໄດ້ດຳລົງຕໍາແໜ່ງເປັນຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ມາແຕ່ເດືອນຕຸລາ 2020 ແລະ ຈະຫມົດວາລະໃນວັນທີ 18 ຕຸລາ 2024.



